ການ​ເຄື່ອນ​ໄຫວ​ຕ່າງໆ​ທີ່​ມີ​ຄວາມ​ໝາຍ​ໃນ​ເຂດ​ຊາຍ​ແດນ​ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ ຫວຽດ​ນາມ

(VOVWORLD) - ວັນທີ 2 ກັນຍາ, ບັນດາກົມກອງທະຫານປ້ອງກັນຊາຍແດນແຂວງ ດັກລັກ ໄດ້ສົມທົບກັນ ຈັດບັນດາການເຄື່ອນໄຫວທີ່ມີຄວາມໝາຍ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ປະເທດ ສສ ຫວຽດນາມ ຄົບຮອບ 78 ປີ (2/9/1945 – 2/9/2023).
ການ​ເຄື່ອນ​ໄຫວ​ຕ່າງໆ​ທີ່​ມີ​ຄວາມ​ໝາຍ​ໃນ​ເຂດ​ຊາຍ​ແດນ​ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ ຫວຽດ​ນາມ - ảnh 1(ພາບ: TTXVN)

    ທີ່ຕາແສງ Ia Rvê, ເມືອງ Ea Súp, ປ້ອມປ້ອງກັນຊາຍແດນ Ia Rvê ໄດ້ສົມທົບກັບບັນດາຫົວໜ່ວຍແຮກສ່ຽວ ຈັດພິທີເປີດສະຫຼອງຮູບປັ້ນ “ລຸງໂຮ່ ກັບບັນດານັກຮົບຊາຍແດນ”. ໃນວັນດຽວກັນ, ຢູ່ຄະນະກຳມະການ ປຊຊ ຕາແສງ Ia Rvê, ປ້ອມປ້ອງກັນຊາຍແດນ Yok M’re ສົມທົບກັບຄະນະຜູ້ມີໃຈບຸນໃຈກຸສົນເມືອງ ກໍເວິບ (ນະຄອນ ໂຮ່ຈີມິນ) ແລະ ອຳນາດການປົກຄອງທ້ອງຖິ່ນ ໄດ້ມອບຂອງຂວັນ 170 ພູດ, ແຕ່ລະພູດມີມູນຄ່າ 12,5 USD, ກະເປົາຮຽນ 100 ອັນ, ປຶ້ມຮຽນ 1000 ຫົວໃຫ້ແກ່ນັກຮຽນທຸກຍາກທີ່ເປັນຊາວເຜົ່າສ່ວນຫນ້ອຍໃນບໍລະເວນທ້ອງຖິ່ນ.

  ກ່ອນໜ້ານັ້ນ, ວັນທີ 31 ສິງຫາ, ຢູ່ປ້ອມປ້ອງກັນຊາຍແດນ ອານແທ້ງບາ (ເມືອງກູລາວຢຸງ, ແຂວງຊອກຈັງ), ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ສົມທົບກັບບາງອົງການຈັດຕັ້ງ ໄດ້ມອບຂອງຂັວນໃຫ້ແກ່ນັກຮຽນເຂດຊາຍແດນທະເລ. ທະຫານປ້ອງກັນຊາຍແດນແຂວງ ກໍ່ໄດ້ສົມທົບກັບຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ຊອກຈັງ ມອບເຮືອນມະຫາສາມັກຄີ 2 ຫຼັງໃຫ້ແກ່ຄອບຄົວປະສົບກັບຄວາມຫຍຸ້ງຍາກເປັນພິເສດເຊັ່ນດຽວກັນ.

 

ຕອບກັບ

ຂ່າວ/ບົດ​ອື່ນ