ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ85ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ85ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ - ảnh 1
ການ​ນຳ ຫວຽດ​ນາມ ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ“ປະ​ທານ ໂຮ່​ຈີ​ມິນ - ຜູ້ກໍ່​ຕັ້ງ ແລະ ຝຶກ​ຝົນຫຼໍ່ຫຼອ​ມ​ພັກ​ກອມ​ມູ​ນິດ ຫວຽດ​ນາມ”
(ພາບ: Việt Dũng)

(vovworld) – ​​ວັນ​ທີ 3/2, ຄະ​ນະ​ກ​ານ​ນຳ​ນະ​ຄອນ ໂຮ່​ຈີ​ມິນ ໂດຍ​ທ່ານ​ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ເລ​ແທງ​ຫາຍ ເປັນ​ຫົວ​ໜ້າ​ຄະ​ນະ ໄດ້​ຖະ​ຫວາຍ​ທູບ​ທຽນ, ດອກ​ໄມ້​ຢູ່​ອະ​ນຸ​ສາ​ວະ​ລີ​ປະ​ທານ ໂຮ່​ຈີ​ມິນ ຢູ່​ຫໍ​ພິ​ພິດ​ທະ​ພັນ ໂຮ່​ຈີ​ມິນ ສາ​ຂາ​ນະ​ຄອນ ໂຮ່​ຈີ​ມິນ. ພາຍຫຼັງ​ພິ​ທີ​ຖະ​ຫວາຍທູບ​ທຽນ, ການນ​ຳ​ນະ​ຄອນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ງານ​ວາງ​ສະ​ແດງ​ດ້ວຍ​ຫົວ​ຂໍ້​ວ່າ “ປະ​ທານ ໂຮ່​ຈີ​ມິນ - ຜູ້ກໍ່​ຕັ້ງ ແລະ ຝຶກ​ຝົນຫຼໍ່ຫຼອ​ມ​ພັກ​ກອມ​ມູ​ນິດ ຫວຽດ​ນາມ”. ຕອນ​ເຊົ້າ​ວັນ​ດຽວ​ກັນ, ອົງ​ຄະ​ນະ​ພັກ​ກຸ່ມ​ປະ​ຊາ​ຊົນ - ອຳ​ນາດ​ການ​ປົກ​ຄອງ​ - ຄະ​ນະ​ພັກນະ​ຄອນ ໂຮ່​ຈີ​ມິນ​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 85 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ຍ້ອງ​ຍໍ​ຊົມ​ເຊີຍເລ​ຂາ​ໜ່ວຍ​ພັກ, ເລ​ຂາ​ອົງຄະ​ນະ​ພັກ​ດີ​ເດັ່ນ 85 ຄົນ. ທ່ານ​ນາງ ຫງວຽນ​ຫງວຽດ​ເຫ້ວ, ເລ​ຂາ​ໜ່ວຍ​ພັກ​ສະ​ມາ​ຄົມ​ທະ​ນາຍ​ຄວາມນະ​ຄອນ, ໜຶ່ງ​ໃນ​ບັນ​ດາ​ເລ​ຂາ​ທີ່​ໄດ້​ຮັບ​ການ​ຍ້ອງຍ​ໍ​ຊົມ​ເຊີຍ, ແບ່ງ​ປັນ​ວ່າ:

        “ພັກ​ຂອງ​ພວກ​ເຮົາ​ຍາມ​ໃດ​ກໍ່​ຕ້ອງ​​ດຳ​ເນີນ​ຊີ​ວິດ​ຢ່າງ​ກ້​ວາງ​ຂວາງ​ເພື່ອ​ໃຫ້​ອ້າຍ​ເອື້ອຍ​ນ້ອງ​ເຫັນ​ໄດ້​ອຸ​ດົມ​ຄະ​ຕິ​ຂອງ​ພັກ, ຂອງ​ການ​ປະ​ຕິ​ວັດ ແລະ ເຂົ້າ​ຮ່ວມ​ຢ່າງ​ສຸດ​ຈ​ິດ​ສຸດ​ໃຈ. ຕົວ​ຢ່າງ​ຄື: ໃນ​ແຜນ​ການ​ປະ​ຈຳ​ປີ ຈັດ​ຕັ້ງ​ການ​ຂົນ​ຂວາຍ​ສະ​ມາ​ຊິກ​ຊາວ​ໜຸ່ມ​ກັບ​ເມືອ​ກົກ​ເຂົ້າ​ເຫງົ້າ​ກໍ່, ກັບ​ເມືອ​ເຂດ​ຫ່າງ​ໄກ​ຊອກຫຼີກ, ກໍ່​ສ້າງ​ຂົ​ວ​ຢູ່​ເຂດ​ຊົນ​ນະ​ບົດ, ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ, ເຮືອນ​ແຫ່ງ​ຄວາມ​ຮັກ… ຜ່ານນັ້ນ​​ຈົ່ງຂົນ​ຂວາຍ​ສະ​ມາ​ຊິ​ກ​ພັກ​ສູ້​ຊົນ, ປະ​ກອບ​ສ່ວນ​ໃຫ້​​ແກ່ປະ​ເທດ​ໄດ້”

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຢູ່​ນະ​ຄອນ ດ່າ​ໜັ້ງ, ແຂວງ ທ໋າຍງວຽນ, ນະ​ຄອນ ຮ່າ​ໂນ້ຍ… ກໍ່​ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 85 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ ຫວຽດ​ນາມ, ສະ​ຫລຸບ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ​ປີ 2014 ແລະ ປຸກ​ລະ​ດົມຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ​ປີ 2015 ຢູ່​ຮາກ​ຖານ.
ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ85ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ - ảnh 2
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ສ ຫວຽດ​ນາມ ປະ​ຈຳ ລາວ ຫງວຽນ​ແມ້ງ​ຮູ່ງ   

   ວັນ​ທີ 3/2, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ສ ຫວຽດ​ນາມ ປະ​ຈຳ ລາວ ຫງວຽນ​ແມ້ງ​ຮູ່ງ, ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ ລາວ ມາ​ອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 85 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ (3/2/1930 – 3/2/2015). ບັນ​ດາ​ການ​ນຳ​ ລາວ ເນັ້ນ​ໜັກ​ວ່າ: ໃນ​ຕະຫຼອດ 85 ປີ​ຜ່ານ​ມາ, ພັກ​ກອມ​ມູ​ນິດ ຫວຽດ​ນາມ, ໂດຍ​ປະ​ທານ ໂຮ່​ຈີ​ມິນ ຜູ້​ຍິ່ງ​ໃຫຍ່​ເປັນ​ຜູ້ກໍ່​ຕັ້ງ ແລະ ຝຶກ​ຝົນຫຼໍ່ຫຼອມ ໄດ້​ນຳ​ພາ​ປະ​ຊາ​ຊົນ ຫວຽດ​ນາມ ອ້າຍ​ນ້ອງ​ດຳ​ເນີນ​ພາ​ລະ​ກິດ​ຕໍ່​ສູ້​​ຢ່າງ​ພິ​ລະ​ອາດ​ຫານ, ປົດ​ປ່ອຍ​ຊາດ, ນຳ​ປະ​ເທດ​ຊາດ​ຫລຸດ​ພົ້ນ​ອອກ​ຈາກ​ແອກ​ປົກ​ຄອງ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ ແລະ ຈັກ​ກະ​ພັດ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ. ການ​ນຳ​ລາວ ເຊື່ອ​ໝັ້ນ​ວ່າ: ພາຍ​ໃຕ້​ການ​ຊີ້​ນຳ, ນ​ຳ​ພາ​ທີ່​ສະຫຼາດ​ສະຫຼຽວ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ຊາ​ຊົນ ຫວຽດ​ນາມ ອ້າຍ​ນ້ອງ​ສືບ​ຕໍ່​ຍາດ​ໄດ້​ຜົນ​ງານ​ໃໝ່​, ໃຫຍ່ຫຼວງຫຼາຍ​ຢ່າງ​ກ່​ວາ​ອີກ, ພ້ອມ​ທັງ​ຢັ້ງ​ຢືນ​ວ່າ: ໃນ​ຕະຫຼອດ​ໄລ​ຍະ​ຜ່ານ​ມາ, ການ​ພົວ​ພັນ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 2 ພັກ, 2 ລັດ ແລະ ປະ​ຊາ​ຊົນ 2 ປະ​ເທດ ລາວ - ຫວຽດ​ນາມ ຍັງ​ຄົງ​ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ, ເພີ່ມ​ທະ​ວີ ແລະ ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ. ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່ 2015, ບັນ​ດາ​ການ​ນຳ ລາວ ໄດ້​ອວຍ​ພອນ​ໃຫ້​ພັກ​ກອ​ມ​ມູ​ນິດ ຫວຽດ​ນາມ ຍື່ນ​ຍົງ​ຄົງ​ຕົວ​ຕະຫຼອດ​ໄປ, ປະ​ຊາ​ຊົນ ຫວຽດ​ນາມ ມີ​ປີ​ໃຫມ່​ວັດ​ທະ​ນະ​ຖາ​ວອນ, ພ້ອມ​ທັງ​ອວຍ​ພອນ​ໃຫ້​ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ​ລະ​ຫວ່າງ 2 ພັກ, 2 ລັດ ແລະ ປະ​ຊາ​ຊົນ 2 ປະ​ເທດ​ຈະ​ສວຍ​ສົດ​ງົດ​ງາມ, ໝັ້ນ​ຄົງ​​ຂະ​ໜົງ​ແກ່ນ​ໄປ​ຊົ່ວ​ກະ​ລະ​ນານ.

        ເນື່ອງ​ໃນ​ໂອ​ກາດນີ້, ສະ​ຖານ​ທູດ ຫວຽດ​ນາມ  ປະ​ຈຳ ຍີ່​ປຸ່ນ ໄດ້​ຈັດ​ຕັ້​ງ​​ພິ​ທີສະ​ເຫຼີມ​ສະຫຼອງ 85 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປຸກ​ລະ​ດົມ​ຂະ​ບວນ​ການ​ແຂ່ງ​ຂັນ​ສ້າງ​ຜົນ​ງານ​ຂ່ຳ​ນັບ​ຮັບ​ຕ້ອນກອງ​ປະ​ຊຸມ​ໃຫຍ່​ພັກ​ທຸກ​ຂັ້ນ, ມຸ່ງ​ໄປ​ເຖິງ​ກອງ​ປະ​ຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ.

ໃນໂອກາດນີ້, ການ​ນຳ​ຫຼາຍ​ປະ​ເທດ​ໄດ້ສົ່ງ​ໂທລະ​ເລກ​ອວຍພອນ 85 ປີ ແຫ່ງ​ວັນ​ສ້າງ​ຕັ້ງ​ພັກກອມ​ມູນິດ​ຫວຽດນາມ

ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ໄດ້​ຝາກ ໂທລະ​ເລກ​ອວຍພອນ​ 85 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກກອມ​ມູນິດ​ຫວຽດນາມ. ​ເນື້ອ​ໃນ​ໂທລະ​ເລກ​ມີ​ຕອນ​ວ່າ: ພວກ​ຂ້າພະ​ເຈົ້າ​ດີ​ໃຈ​ເມື່ອ​ເຫັນ​ວ່າ, 85 ປີຜ່ານມາ, ພັກກອມ​ມູນິດ​ຫວຽດນາມ​ໄດ້​ສາມັກຄີ​ນຳພາ​ປະຊາຊົນ​ຫວຽດນາມ​ໃຫ້​ບັນ​ລຸ​ຜົນງານ​ຫຼາຍ​ຢ່າງ​ໃນ​ພາລະກິດ​ກໍ່ສ້າງ​ສັງຄົມ​ນິຍົມ ​ແລະ ປ່ຽນ​ໃໝ່. ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ຢ່າງ​ແນ່ວ​ແນ່​ວ່າ, ພາຍ​ໃຕ້​ການ​ຊີ້​ນຳ, ນຳພາ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ ພັກກອມ​ມູນິດ​ຫວຽດນາມ, ພາລະກິດ​ປ່ຽນ​ໃໝ່​ຂອງ​ຫວຽດນາມ​ຈະ​ບັນລຸ​ໄດ້​ບັນດາ​ຄາດໝາຍ​ທີ່​ໄດ້​ວາງ​ອອກ​ຢ່າງ​ແນ່ນອນ.

ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດກູ​ບາ ກໍ່​ມີ​ໂທລະ​ເລກ​ອວຍພອນພັກ​ກອມ​ມູນິດ​ຫວຽດນາມ. ​ໂທລະ​ເລກ​ຊີ້​ແຈ້ງວ່າ: ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 85 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກກອມ​ມູນິດ​ຫວຽດນາມ, ​ໃນ​ນາມ​ພັກ​ກອມ​ມູນິດ ​ແລະ ປະຊາຊົນ​ກູ​ບາ, ພວກຂ້າພະ​ເຈົ້າຂໍ​ສົ່ງ​ຄຳ​ອວຍພອນ​ຢ່າງ​ອົບ​ອຸ່ນ​ທີ່​ສຸດ​ມາ​ຍັງ​ບັນດາ​ການ​ນຳ, ສະມາຊິກ​ພັກ ​ແລະ ປະຊາຊົນ​ຫວຽດນາມ. ພວກ​ເຮົາ​ຈະ​ສືບ​ຕໍ່​ປັບປຸງ​ລັດທິ​ສັງຄົມ​ນິຍົມ, ກໍ່ສ້າງ​ພັກ ​ແລະ ສາຍ​ພົວພັນ​ອ້າຍ​ນ້ອງ​ລະຫວ່າງ​ສອງ​ພັກ, ລັດຖະບານ ​ແລະ ປະຊາຊົນ​ສອງ​ປະ​ເທດ​ກູ​ບາ - ຫວຽດນາມ.

​ໃນ​ໂທລະ​ເລກ​ອວຍພອນ​ຂອງ​ພັກ​ແຮງ​ງານ ສປປ ​ເກົາຫຼີ ມີ​ຕອນ​ຂຽນ​ວ່າ: ພວກ​ຂ້າພະ​ເຈົ້າ​ຮູ້ສຶກ​ພາກພູມ​ໃຈ​ທີ່​ສຸດ​ເມື່ອ​ເຫັນ​ວ່າ, ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ປະຊາຊົນ​ຫວຽດນາມ ຍາດ​ໄດ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ໃນ​ພາລະກິດ​ຕໍ່ສູ້ ​ເພື່ອກໍ່​ສ້າງ​ປະ​ເທດຫວຽດນາມ​ສັງຄົມ​ນິຍົມ. ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນຢ່າງ​ແນ່​ວ​ແນ່​ວ່າ, ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ພັກ, ​ແລະ ປະຊາຊົນ​ສອງ​ປະ​ເທດ, ​ໂດຍ​ການ​ນຳ​ຜູ້​ອາວຸ​ໂສ​ຂອງ​ສອງ​ປະ​ເທດ​ສ້າງ​ຕັ້ງ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ​ນັ້ນ, ຈະ​ນັບ​ມື້​ນັບ​ເພີ່ມ​ທະວີ ​ແລະ ພັດທະນາ​ກວ່າ​ອີກ, ​ເພື່ອ​ໄຊຊະນະ​ຂອງ​ພາລະກິດ​ສັງຄົມ​ນິຍົມ.

​ໃນ​ນາມ​ພັກ​ປະ​ເທດ​ລັດ​ເຊຍ, ທ່ານ​ນາຍົກລັດຖະມົນຕີລັດ​ເຊຍ Dmitry Medvedev ​ເນັ້ນ​ໜັກ​ວ່າ, ພັກ​ກອມ​ມູນິດ​ຫວຽດນາມ​ແມ່ນ​ກຳລັງ​ນຳພາ​ຂອງ​ສັງຄົມ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຕັ້ງໜ້າ​ດຳ​ເນີນ​ນະ​ໂຍບາຍ​ຫັນ​ເປັນ​ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ພື້ນ​ຖານ​ເສດຖະກິດ​ໂລກ. ທ່ານ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ​ເລື່ອງ​ເຮັດ​ໃຫ້ການ​ປະສານ​ສົມທົບ​ກັນ​ດຳ​ເນີ​ນງານ​ລະຫວ່າງ​ພັກ​ການ​ເມືອງ​ລັດ​ເຊຍ ​ແລະ ພັກ​ກອມ​ມູນິດ​ຫວຽດນາມ​ເລິກ​ເຊິ່ງກວ່າ​ອີກ ຈະ​ສືບ​ຕໍ່​ຊຸກຍູ້​ເລື່ອງ​ປັບປຸງ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລັດ​ເຊຍ - ຫວຽດນາມ


ຂ່າວ/ບົດ​ອື່ນ