ການເຄື່ອນໄຫວຕ່າງໆສະໜັບສະໜູນ “ສັບປະດາທະເລ ແລະ ໝູ່ເກາະຫວຽດນາມ 2017”

(VOVWORLD) -)-  ວັນທີ 01 ມິຖຸນາ, ຢູ່ຫາດຊາຍທະເລ ເກືອຕຸ່ງ, ແຂວງ ກວາງຈິ້, ໄດ້ດຳເນີນພິທີໂຮມຊຸມນຸມມິດຕິງສະໜັບສະໜູນ “ວັນມະຫາສະມຸດໂລກ 08 ມີຖຸນາ”, “ສັບປະດາທະເລ ແລະ ໝູ່ເກາະຫວຽດນາມ 2017” 
ການເຄື່ອນໄຫວຕ່າງໆສະໜັບສະໜູນ “ສັບປະດາທະເລ ແລະ ໝູ່ເກາະຫວຽດນາມ 2017” - ảnh 1(ພິທີໄຂງານວາງສະແດງ)

ແລະ ການໄຂງານວາງສະແດງເຄືອນທີແຜນທີ່, ວັດຖຸ, ເອກະສານປະຫວັດສາດ “ຮ່ວາງຊາ, ເຈື່ອງຊາຂອງຫວຽດນາມ -  ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ”. ກ່າວຄຳເຫັນທີ່ພິທີ, ທ່ານ ຮ່າຊີ້ດົງ, ຮອບປະທານຄະນະກຳມະການປະຊາຊົນແຂວງກວາງຈິ້, ຊີ້ແຈ້ງວ່າ.

        “ສັບປະດາທະເລ ແລະ ໝູ່ເກາະຫວຽດນາມ ດ້ວຍຫົວຂໍ້ວ່າ ອະນາຄົດຂອງພວກເຮົາມີຄວາມໝາຍສຳຄັນທີ່ສຸດ, ແມ່ນສານປາດຖະໜາຢາກໃຫ້ມະນຸດຮ່ວມມືປົກປັກຮັກສາສິ່ງແວດລ້ອມທະເລ, ມີສະຕິຄວາມຮັບຜິດຊອບກວ່າໃນການທຳຄວາມສະອາດທະເລ, ບໍ່ເພື່ອຜົນກຳໄລເສດຖະກິດ ທີ່ຈະທຳລາຍສິ່ງແວດລ້ອມທະເລ. ໂຄສະນາຢ່າງເລິກເຊິ່ງ, ກວ້າງຂວາງເຖິງປະຊາຊົນກ່ຽວກັບທີ່ຕັ້ງ, ບົດບາດ, ຄວາມສາມາດບົ່ມຊ້ອນຂອງທະເລ ແລະ ໝູ່ເກາະຫວຽດນາມ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ”.

        ກໍ່ໃນໂອກາດນີ້, ເພື່ອສະໜັບສະໜູນ “ສັບປະດາທະເລ ແລະ ໝູ່ເກາະຫວຽດນາມ 2017”, ໃນລະຫວ່າງວັນທີ 01 – 10 ມີຖຸນາ, ພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມນະຄອນດ່ານັ້ງ ກໍໄດ້ຈັດການເຄື່ອນໄຫວຫຼາຍຢ່າງເພື່ອຍົກສູງຄວາມຮັບຮູ້ຂອງປະຊາຊົນກ່ຽວກັບທີ່ຕັ້ງ, ຄວາມສຳຄັນຂອງທະເລ, ໝູ່ເກາະໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ