ການເຄື່ອນໄຫວຕ່າງໆເພື່ອກະກຽມໃຫ້ກອງປະຊຸມສຸດຍອດ G20

(VOVWORLD) -ບັນດາເຫດການດັ່ງກ່າວຄາດວ່າຈະຈັດຂຶ້ນໃນເດືອນ ກຸມພາ, ລວມມີການເລີ່ມເຄື່ອນໄຫວຂອງກຸ່ມປະຕິບັດງານການສຶກສາ, ກອງປະຊຸມສຳມະນາຂັ້ນສູງກ່ຽວກັບການເງິນແບບຍືນຍົງ
ການເຄື່ອນໄຫວຕ່າງໆເພື່ອກະກຽມໃຫ້ກອງປະຊຸມສຸດຍອດ G20 - ảnh 1(ພາບປະກອບ: g20.org)

ວັນທີ 08 ກຸມພາ, ອິນໂດເນເຊຍ ແຈ້ງໃຫ້ຊາບວ່າ ຈະຈັດຫຼາຍເຫດການ ຢູ່ນອກການເຄື່ອນໄຫວຂອງກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ປີ 2022 ເພື່ອແນໃສ່ສະແດງໃຫ້ເຫັນຈິດໃຈຂອງໂຄງການດຳເນີນງານ ແລະ ປັບປຸງພາບພົດຂອງປະເທດປະທານ G20 ໃນປີ 2022.

        ບັນດາເຫດການດັ່ງກ່າວຄາດວ່າຈະຈັດຂຶ້ນໃນເດືອນ ກຸມພາ, ລວມມີການເລີ່ມເຄື່ອນໄຫວຂອງກຸ່ມປະຕິບັດງານການສຶກສາ, ກອງປະຊຸມສຳມະນາຂັ້ນສູງກ່ຽວກັບການເງິນແບບຍືນຍົງ, ປຶກສາຫາລືກ່ຽວກັບການເງິນຂຽວ ແລະ ກົນໄກຫັນປ່ຽນພະລັງງານ, ການໂອ້ລົມສົນທະນາປະຈຳປີກ່ຽວກັບການປະຕິຮູບການຊຳລະທາງດີຈີຕອນໃນການເຄື່ອນໄຫວທະນາຄານ….

        ໜຶ່ງໃນບັນດາບຸລິມະສິດທີ່ຮີບດ່ວນ ແລະ ສຳຄັນໃນໂຄງການດຳເນີນງານ G20 ປີ 2022 ເຊິ່ງ ອິນໂດເນເຊຍ ຢາກຊຸກຍູ້ ໃນຖານະເປັນປະທານ ແມ່ນເລື່ອງແຈກຢາຍວັກຊິນກັນໂຄວິດ-19 ໃນທົ່ວໂລກຢ່າງສະເໝີພາບ ເພື່ອແນໃສ່ແກ້ໄຂສະພາບໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ