ການ​​ເຄື່ອນ​ໄຫວທ່ອງ​ທ່ຽວ​ຢູ່​ພາຍ​ໃນ​ປະ​ເທດ​ໃນ​ຊຸມ​ວັນ​ຕົ້ນ​ປີ​ໃໝ່ຟົດ​ຟື້ນຫຼາຍ​ຂຶ້ນ

(VOVWORLD) - ວັນທີ 3 ກຸມພາ, ຄະນະກຳມະການປະຊາຊົນແຂວງ ກວ໋າງນິງ ໄດ້ຈັດຕັ້ງການຕ້ອນຮັບຄະນະນັກທ່ອງທ່ຽວໄປທ່ຽວຊົມອ່າວ ຮະລອງ. ນີ້ແມ່ນຄະນະນັກທ່ອງທ່ຽວຄະນະທຳອິດ ທີ່ເຂົ້າຮ່ວມຮູບແບບທ່ອງທ່ຽວເປັນລາຍການທ່ອງທ່ຽວ ພາຍຫຼັງຖືກຢຸດສະງັກຍ້ອນໂລກລະບາດໂຄວິດ - 19 ມາເປັນເວລາ 2 ປີ. 
ການ​​ເຄື່ອນ​ໄຫວທ່ອງ​ທ່ຽວ​ຢູ່​ພາຍ​ໃນ​ປະ​ເທດ​ໃນ​ຊຸມ​ວັນ​ຕົ້ນ​ປີ​ໃໝ່ຟົດ​ຟື້ນຫຼາຍ​ຂຶ້ນ - ảnh 1ຄະນະກຳມະການປະຊາຊົນແຂວງ ກວ໋າງນິງ ໄດ້ຈັດຕັ້ງການຕ້ອນຮັບຄະນະນັກທ່ອງທ່ຽວໄປທ່ຽວຊົມອ່າວ ຮະລອງ

ທ່ານຟ້າມງອກຖຸຍ, ຫົວໜ້າພະແນກທ່ອງທ່ຽວແຂວງ ກວ໋າງນິງ ໃຫ້ຮູ້ວ່າ ໃນຊຸມວັນຕົ້ນລະດູບານໃໝ່ນີ້, ຈຳນວນແຂກທ່ອງທ່ຽວມາທ່ຽວຊົມຢູ່ຕາມວັດວາອາຮາມ ແລະ ທິດທັດທຳມະຊາດໃນບໍລິເວນແຂວງ ກວາງນິງ ຟົດຟື້ນທີ່ສຸດ.

        “ໃນຊຸມວັນຜ່ານມາ, ແຂກທ່ອງທ່ຽວມາທ່ຽວ ກວ໋າງນິງຄັບຄາໜາແໜ້ນທີ່ສຸດ ແຕ່ນີ້ແມ່ນຄະນະນັກທ່ອງທ່ຽວທຳອິດທີ່ມາທ່ຽວ ກວາງນິງ. ໃນໄລຍະຈະມາເຖິງ ກໍຈະມີບໍລິສັດທ່ອງທ່ຽວນຳແຂກມາທ່ຽວຢູ່ ອ່າວຮະລອງ ຕື່ມອີກ. ນີ້ແມ່ນສັນຍານທີ່ໜ້າຊື່ນຊົມ ແລະ ກວ໋າງນິງ ຫວັງວ່າ ຈະສ້າງແຜນການຕ້ອນຮັບແຂກທ່ອງທ່ຽວຈຳນວນ 9,5 ລ້ານຄົນຄືເປົ້າໝາຍໄດ້ວາງອອກສຳລັບ 6 ເດືອນຕົ້ນປີ. ແຂວງ ຈະຍູ້ແຮງການຕ້ອນຮັບແຂກທ່ອງທ່ຽວທີ່ມາຈາກບັນດາແຂວງພາກໃຕ້ ຫວຽດນາມ, ແຂກທ່ອງທ່ຽວມາທ່ຽວຊົມຢູ່ຕາມວັດວາອາຮາມ ແລະ ມຸ່ງໄປເຖິງການຕ້ອນຮັບແຂກທ່ອງທ່ຽວສາກົນ.”

        ຢູ່ ເຫວ້, ໃນລະຫວ່າງວັນທີ 31 ມັງກອນ ຫາວັນທີ 3 ກຸມພາ, ແຂວງນີ້ໄດ້ຕ້ອນຮັບແຂກທ່ອງທ່ຽວກວ່າ 50,000 ເທື່ອຄົນທີ່ມາທ່ຽວ ແລະ ໄປຫຼີ້ນລະດູບານໃໝ່, ໃນນັ້ນ ມີແຂກທ່ອງທ່ຽວສາກົນປະມານ 330 ເທື່ອຄົນ.

ເຖິງວ່າ ນະຄອນ ໂຮ້ຍອານ ແຂວງ ກວ໋າງນາມ ຈຳກັດບາງການເຄື່ອນໄຫວລະຫຼີ້ນລະດູບານໃໝ່ ເພື່ອຮັບປະກັນຄວາມປອດໄພໃນການປ້ອງກັນ, ຕ້ານໂຄວິດ - 19 ແຕ່ໃນ 3 ວັນຕົ້ນລະດູບານໃໝ່ປີຂານ, ປະຊາຊົນ ແລະ ແຂກທ່ອງທ່ຽວໄດ້ມາທ່ຽວຢູ່ຖະໜົນເກົ່ານີ້ເປັນຈຳນວນຫຼວງຫຼາຍ. ສຳລັບ 2 ວັນຕົ້ນປີໃໝ່, ມີປະມານ 5.000 ເທື່ອຄົນທີ່ມາຢ້ຽມຢາມ ໂຮ້ຍອານ.

        ຈຳນວນແຂກທ່ອງທ່ຽວທີ່ມາແຂວງ ເລິມດົ່ງ, ເປັນຕົ້ນຢູ່ນະຄອນ ດ່າລາດ ແມ່ນຫຼາຍພໍສົມຄວນ, ບັນລຸກວ່າ 90% ສະມັດຕະພາບຂອງບັນດາສະຖານທີ່ພັກເຊົາທ່ອງທ່ຽວ.

        ຢູ່ແຂວງ ລາວກາຍ, ມີນັກທ່ອງທ່ຽວນັບ 10.000 ຄົນ ໄດ້ມາທ່ຽວຢູ່ເທດສະບານ ຊາປາ (ລາວກາຍ) ໃນໄລຍະພັກບຸນເຕັດປະຈຳຊາດປີຂານ, ເຮັດໃຫ້ເສັ້ນທາງຫຼາຍສາຍເກີດສະພາບລົດຕິດ. ສະເພາະວັນທີ 3 ກຸມພາ, ຊາປາ ໄດ້ຕ້ອນຮັບແຂກທ່ອງທ່ຽວເກືອບ 20.000 ເທື່ອຄົນ. ຄາດວ່າ ໃນໄລຍະພັກບຸນເຕັດປິນີ້, ຊາປາ ຈະຕ້ອນຮັບແຂກທ່ອງທ່ຽວປະມານ 60.000 ເທື່ອຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ