ການເຄື່ອນໄຫວພົບປະກັບຜູ້ມີສິດເລືອກຕັ້ງຂອງສະມາຊິກສະພາແຫ່ງຊາດ

(VOVWORLD) -ຕອນເຊົ້າວັນທີ 20 ມິຖຸນາ, ທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ພ້ອມກັບຄະນະສະມາຊິກສະພາແຫ່ງຊາດແຂວງດົງນາຍ (ເຂດເລືອກຕັ້ງທີ 1) ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງເມືອງລອງແທງ.

ການເຄື່ອນໄຫວພົບປະກັບຜູ້ມີສິດເລືອກຕັ້ງຂອງສະມາຊິກສະພາແຫ່ງຊາດ - ảnh 1 ທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ກ່າວຄຳເຫັນທີ່ການພົບປະກັບຜູ້ມີສິດເລືອກຕັ້ງເມືອງລອງແທງ

(ພາບ: vov.vn)

ທີ່ການພົບປະ, ຜູ້ມີສິດເລືອກຕັ້ງ ໄດ້ຕັ້ງຄຳຖາມຫຼາຍຂໍ້ກ່ຽວຂ້ອງເຖິງບັນຫາຮັບປະກັນຊີວິດສັງຄົມ. ພິເສດ ແມ່ນສະມາຊິກມີຄວາມສົນໃຈເຖິງກົດໝາຍວ່າດ້ວຍການປ້ອງກັນຄວາມປອດໄພທາງເຄືອຂ່າຍອີນເຕີເນັດ ທີ່ຫາກໍຖືກສະພາແຫ່ງຊາດຮັບຮອງເອົາ ແລະ ຮ່າງກົດໝາຍວ່າດ້ວຍຫົວໜ່ວຍປົກຄອງ - ເສດຖະກິດພິເສດ.

        ກ່ຽວກັບ ຮ່າງກົດໝາຍວ່າດ້ວຍຫົວໜ່ວຍປົກຄອງເສດຖະກິດພິເສດ, ທ່ານ ຫວໍວັນເຖືອງໃຫ້ຮູ້ວ່າ ເລື່ອງກວດກາເພື່ອຄົ້ນຄວ້າສະເໜີຮ່າງກົດໝາຍຕໍ່ສະພາແຫ່ງຊາດ ແມ່ນຖືກຕ້ອງຕາມລັດຖະທຳມະນູນ ແລະ ບັນດາລະບຽບກົດໝາຍ. ສຳລັບກົດໝາຍວ່າດ້ວຍການປ້ອງກັນຄວາມປອດໄພທາງເຄືອຂ່າຍອິນເຕີເນັດ ທີ່ຫາກໍຖືກສະພາແຫ່ງຊາດຮັບຮອງເອົານັ້ນ, ທ່ານ ຫວໍວັນເຖືອງ ຢັ້ງຢືນວ່າ ກົດໝາຍວ່າດ້ວຍການປ້ອງກັນຄວາມປອດໄພທາງເຄືອຂ່າຍອິນເຕີເນັດ ແມ່ນບໍ່ລະເມີດສິດເສລີພາບໃນການປາກເວົ້າ, ສິດສະແດງທັດສະນະການເມືອງຂອງປະຊາຊົນແຕ່ຢ່າງໃດ ແລະ ກໍບໍ່ມີເລື່ອງ ຍ້ອນກົດໝາຍວ່າດ້ວຍການປ້ອງກັນຄວາມປອດໄພທາງເຄືອຂ່າຍອີນເຕີເນັດ ຈຶ່ງເຮັດໃຫ້ບາງຜູ້ສະໜອງສື່ສັງຄົມປະລະຫວຽດນາມ.

        ແລະກໍໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິງມິນ ພ້ອມກັບຄະນະສະມາຊິກສະພາແຫ່ງຊາດແຂວງທ໋າຍງວຽນຫວຽດນາມ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຢູ່ມະຫາວິທະຍາໄລທ໋າຍງວຽນ.

        ວັນທີ 19 ມິຖຸນາ, ທ່ານເລມິງຄ໋າຍ ຫົວໜ້າອົງການກວດກາລັດຖະບານ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດແຂວງບາກລຽວ ກໍໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຕາແສງນິງແທ້ງເລີ້ຍ ແລະ ນິງແທ້ງເລີ້ຍ A, ເມືອງຮົ່ງເຢີນ, ແຂວງບາກລຽວ ເພື່ອລາຍງານໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ 14.


ຕອບກັບ

ຂ່າວ/ບົດ​ອື່ນ