ການເຄື່ອນໄຫວພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ - ຈີນ

ການເຄື່ອນໄຫວພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ - ຈີນ - ảnh 1
(ພາບປະກອບ)

(vovworld) -  ວັນ​ທີ 16/5, ຢູ່​ແຂວງ​ລາວ​ກາຍ, ສືບ​ຕໍ່​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຕ່າງໆ​ໃນ​ລາຍການພົບ​ປະ​ແລກປ່ຽນ​ມິດຕະພາບ​ປ້ອງ​ກັນຊາດ​ຢູ່ເຂດ​ຊາຍ​ແດນ​ຫວຽດນາມ - ຈີນ ຄັ້ງ​ທີ 2.ຕາມ​ແຜນການ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ແລະ ຄະນະ​ຜູ້​ແທນ​ປ້ອງ​ກັນ​ປະ​ເທດ​ຈີນ​ ຈະ​ເຫັນ​ປະຈັກ​ຕາ​ການ​ລາດຕະ​ເວັນ​ຮ່ວມ​ຢູ່​ເຂດ​ຊາຍ​ແດນ​ໃນ​ຫຼັກ​ໝາຍ 112 ຂຶ້ນ​ກັບ​ຕາ​ແສງບານ​ເລົ່າ, ​ເມືອງ​ເມື່ອ​ງ​ເຄືອງ, ​ແຂວງ​ລາວ​ກາຍ; ​ເຂົ້າ​ຮ່ວມ​ພິທີ​ເປີດ​ສະຫຼອງ​ຫໍ​ວັດທະນະທຳ​ມິດຕະພາບ​ເຂດ​ຊາຍ​ແດນ​ຫວຽດນາມ​ - ຈີນ, ​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​​ແຮກສ່ຽວ​ລະຫວ່າງ​ທ້ອງ​ຖີ່​ນຂອງ​ສອງ​ປະ​ເທດ ​ແລະ ​ໄປ​ຢ້ຽມຢາມ​ປ້ອມ​ປ້ອງ​ກັນຊາ​ຍ​ແດນ​ບານ​ເລົ່າ.

ກ່ອນ​ໜ້າ​ນັ້ນ, ວັນ​ທີ 15/5, ທີ່​ການ​ເຈລະຈາ​ມິດຕະພາບ​ປ້ອງ​ກັນຊາດຢູ່​ເຂດ​ຊາຍ​ແດນ​ຫວຽດນາມ - ຈີນ ຄັ້ງ​ທີ 2, ທ່ານ​ລັດຖະມົນຕີ​ວາ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ຟຸ່ງກວາງ​ແທງ ​ແລະ ທ່ານ​ພົນ​ໂທ ຈາງ​ວາງ​ແຈວ​ນ, ລັດຖະມົນຕີ​ວາ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດຈີນ ​ໄດ້​ປຶກສາ​ຫາລື​ບັນດາ​ເນື້ອ​ໃນ​ສຳຄັນ​ທີ່​ກ່ຽວຂ້ອງ​ເຖິງ​ການພົບ​ປະ​ແລກປ່ຽນ​ມິດຕະພາບ​ປ້ອງ​ກັນຊາດຢູ່​ເຂດ​ຊາຍ​ແດນ​ຫວຽດນາມ - ຈີນ. ລັດຖະມົນຕີ​ທັງ​ສອງ​ທ່ານ ​ໄດ້​ເຫັນ​ດີ​ຮັກສາ, ​ເປີດ​ກວ້າງ​ແລະ ​ເຮັດ​ໃຫ້ການ​ເຄື່ອນ​ໄຫວ ພົບ​ປະ​ແລກປ່ຽນ​ມິດຕະພາບ​ປ້ອງ​ກັນຊາດ​ໃນ​ເຂດ​ຊາຍ​ແດນ​ຫວຽດນາມ - ຈີນ ​ອຸດົມສົມ​ບຸນ​ຍິ່ງ​ຂຶ້ນ. ບັນດາ​ທ້ອງ​ຖີ່​ນ, ກົມ​ກອງ​ເປີດ​ກວ້າງ​ການ​ພົບ​ປະ​ແລກປ່ຽນ​ກັບ​ຊາວ​ໜຸ່ມ, ປະຊາຊົນ​ທຸກ​ຊັ້ນ​ວັນນະ​ຂອງ​ສອງ​ປະ​ເທດ​ເພື່ອ​ພ້ອມ​ກັນ​ປົກ​ປັກ​ຮັກສາ​ເຂດ​ຊາຍ​ແດນ, ກໍ່ສ້າງ​ເຂດ​ຊາຍ​ແດນ​ມິດຕະພາບ.

 

ຂ່າວ/ບົດ​ອື່ນ