ການເຄື່ອນໄຫວຟົດຟື້ນຫຼາຍຢ່າງຕ້ອນຮັບລະດູບານໃໝ່ປີສະຫຼູ 2021

(VOVWORLD) -ຖະໜົນດອກໄມ້ ແລະ ຖະໜົນດອກໄຟສິລະປະລະດູບານໃໝ່ປີສະຫຼູ 2021 ແມ່ນຜະລິດຕະພັນວັດທະນະທຳ - ທ່ອງທ່ຽວໃໝ່, ແທນໃຫ້ຄຳເຊີນເພື່ອມມິດ, ນັກທ່ອງທ່ຽວຢູ່ພາຍໃນປະເທດໄປຢ້ຽມຢາມເຂດແມ່ນ້ຳ ໄຕໂດ ໃນຊຸມມື້ລະດູບານໃໝ່
ການເຄື່ອນໄຫວຟົດຟື້ນຫຼາຍຢ່າງຕ້ອນຮັບລະດູບານໃໝ່ປີສະຫຼູ 2021 - ảnh 1ຖະໜົນດອກໄມ້ລະດູບານໃໝ່ປີສະຫຼູ 2021 ຢູ່ນະຄອນ ຟານທ໊ຽດ
(ພາບ: TTXVN)

ຕອນຄ່ຳວັນທີ 08 ກຸມພາ, ນະຄອນ ເກິນເທີ ໄດ້ໄຂຖະໜົນດອກໄມ້-ຖະໜົນດອກໄຟສິລະປະລະດູບານໃໝ່ປີສະຫຼູ 2021, ເຊິ່ງດຳເນີນແຕ່ວັນທີ 08 – 16 ກຸມພາ. ທ່ານ ຫງວຽນແຄ໊ງຕຸ່ງ, ຫົວໜ້າພະແນກວັດທະນະທຳ-ກິລາ ແລະ ທ່ອງທ່ຽວນະຄອນ ເກິນເທີ, ໃຫ້ຮູ້ວ່າ: ຖະໜົນດອກໄມ້ ແລະ ຖະໜົນດອກໄຟສິລະປະລະດູບານໃໝ່ປີສະຫຼູ 2021 ແມ່ນຜະລິດຕະພັນວັດທະນະທຳ - ທ່ອງທ່ຽວໃໝ່, ແທນໃຫ້ຄຳເຊີນເພື່ອມມິດ, ນັກທ່ອງທ່ຽວຢູ່ພາຍໃນປະເທດໄປຢ້ຽມຢາມເຂດແມ່ນ້ຳ ໄຕໂດ ໃນຊຸມມື້ລະດູບານໃໝ່ - ຕ້ອນຮັບບຸນປີໃໝ່ປະຈຳຊາດຂອງຊາດຫວຽດນາມ.

        “ໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ, ພວກຂ້າພະເຈົ້າໄດ້ເປັນເຈົ້າການຕັ້ງຄ້າຍກວດກາດ້ານການແພດ, ວັກແຖດອຸ່ນຫະພູມ ແລະ ບັງຄັບໃຫ້ປະຊາຊົນເຂົ້າມາຢ້ຽມຊົມຕ້ອງໃຊ້ຜ້າອັດປາກ - ອັດດັງ. ພ້ອມທັງນັ້ນໄດ້ໂຄສະນາ, ຕັກເຕືອນໃຫ້ປະຊາຊົນຕ້ອງໃຊ້ຜ້າອັດປາກ-ອັດດັງຜ່ານລຳໂພງ. ປະຊາຊົນຈະຮ່ວມແຮງຮ່ວມໃຈພ້ອມກັບຄະນະຈັດຕັ້ງເພື່ອຕ້ອນຮັບລະດູບານໃໝ່ດ້ວຍຄວາມເບີກບ່ານມ່ວນຊື່ນ, ທັງຮັບປະກັນການປ້ອງກັນ, ສະກັດກັ້ນໂລກລະບາດໃນຊຸມຊົນ”.

        ໃນຕອນຄ່ຳວັນດຽວກັນ, ຖະໜົນດອກໄມ້ລະດູບານໃໝ່ປີສະຫຼູ 2021 ຢູ່ນະຄອນ ຟານທ໊ຽດ, ແຂວງ ບິ່ງທ້ວນ ກໍ່ໄດ້ເປີດປະຕູຮັບໃຊ້ປະຊາຊົນທ້ອງຖິ່ນ ແລະ ນັກທ່ອງທ່ຽວໄປນະມັດສະການ, ຕ້ອນຮັບບຸນເຕັດຢ່າງເປັນທາງການ. ນີ້ແມ່ນຄັ້ງທຳອິດນະຄອນ ຟານທ໊ຽດ ຈັດຖະໜົນດອກໄມ້ລະດູບານໃໝ່. ເຫດການນີ້ຈະດຳເນີນແຕ່ວັນທີ 08 – 18 ກຸມພາ.

ຕອບກັບ

ຂ່າວ/ບົດ​ອື່ນ