ການເຄື່ອນໄຫວຟື້ນຟູຄືນໃໝ່ເຂດຍິງລູກສອນໄຟຂອງ ສປປ.ເກົາຫຼີີ ບໍ່ມີຈຸດປະສົງກໍ່ກໍາລັງກົດດັ່ນຕໍ່ ອາເມລິກາ

(VOVWORLD) -ໄດ້ພົບເຫັນບັນດາສັນຍານກ່ຽວກັບເລື່ອງ ສປປ.ເກົາຫຼີ ອາດຈະພວມຟື້ນຟູສ່ວນໜຶ່ງຂອງຮາກຖານຍິງບໍລິວານ Sohae ຢູ່ໃກ້ຊາຍແດນຕິດກັບ ຈີນ
ການເຄື່ອນໄຫວຟື້ນຟູຄືນໃໝ່ເຂດຍິງລູກສອນໄຟຂອງ ສປປ.ເກົາຫຼີີ ບໍ່ມີຈຸດປະສົງກໍ່ກໍາລັງກົດດັ່ນຕໍ່ ອາເມລິກາ - ảnh 1ເຂດຍິງລູກສອນໄຟ Dongchang-ri (ພາບ: Yonhap/TTXVN) 

ວັນທີ 6 ມີນາ, ນັກຊ່ຽວຊານ ສ.ເກົາຫຼີ ໃຫ້ຂໍ້ສັງເກດວ່າ ບັນດາການເຄື່ອນໄຫວຟື້ນຟູ ທີ່ໄດ້ພົບເຫັນຢູ່ເຂດຍິງລູກສອນໄຟໄລຍະໄກ ຂອງ ສປປ.ເກົາຫຼີ ເບິ່ງຄືວ່າບໍ່ມີຈຸດປະສົງກໍ່ກໍາລັງກົດດັ່ນຕໍ່ ອາເມລິກາ ພາຍຫຼັງກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2, ເຊິ່ງອາດຈະແມ່ນສັນຍານສະແດງໃຫ້ເຫັນວ່າ ສປປ.ເກົາຫຼີ ພວມກະກຽມຍົກເລີກຮາກຖານດັ່ງກ່າວ.

ບັນດານັກຊ່ຽວຊານຂອງ ສ.ເກົາຫຼີ ໄດ້ຍົກອອກຂໍ້ສັງເກດດັ່ງກ່າວ ພາຍຫຼັງກອງປະຊຸມລະຫວ່າງອົງການສືບລາຊະການລັບແຫ່ງຊາດຂອງ ສ.ເກົາຫຼີ ແລະ ຄະນະກໍາມະການສືບລາຊະການລັບ ຂຶ້ນກັບສະພາແຫ່ງຊາດ ສ.ເກົາຫຼີ ໃນວັນທີ 5 ມີນາ ໃຫ້ຮູ້ວ່າ ໄດ້ພົບເຫັນບັນດາສັນຍານກ່ຽວກັບເລື່ອງ ສປປ.ເກົາຫຼີ ອາດຈະພວມຟື້ນຟູສ່ວນໜຶ່ງຂອງຮາກຖານຍິງບໍລິວານ Sohae ຢູ່ໃກ້ຊາຍແດນຕິດກັບ ຈີນ, ຫຼືຍັງເອີ້ນວ່າ ເຂດຍິງລູກສອນໄຟ Dongchang-ri ເຊິ່ງປະເທດນີ້ໄດ້ຍົກເລີີກພາຍຫຼັງກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີ ຄັ້ງທໍາອິດໃນເດືອນມິຖຸນາ ປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ