ການເຄື່ອນໄຫວສະເຫຼີມສະຫຼອງ85ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ

ການເຄື່ອນໄຫວສະເຫຼີມສະຫຼອງ85ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ - ảnh 1
ການ​ສະ​ແດງ​ສິ​ລະ​ປະ​ໃນ​ລາຍ​ການ “ພັກ ແລະ ລະ​ດູ​ບານ​ໃໝ່”

(vovworld) – ເພື່ອ​ສະ​ເຫຼີມ​ສະຫຼອງ 85 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ (3/2/1930 – 3/2/2015), ໜັງ​ສື​ພິມ ເຍີນ​ເຢີ​ນ (ກະ​ບອກ​ສຽງ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ) ສະ​ບັບ​ອອກ​ວັນ​ທີ 3/2 ມີ​ບົດ​ນຳ​ທີ່​ມີ​ຫົວ​ຂໍ້​ວ່າ: “​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ພັກ​ຕະ​ຫຼອດ​ໄປ”. ບົດ​ນຳ​ໄດ້​ຊີ້​ແຈ້ງວ່າ: ພັກ​ກອມ​ມູ​ນິດ ຫວຽດ​ນາມ ໄດ້​ຮັບ​ການ​ກຳ​ເນີດ​ແມ່ນ​ຂີດ​ໝາຍ​ບາດ​ລ້ຽວ​ປະ​ຫວັດ​ສາດ​ທີ່​ສຳ​ຄັນ​ຍິ່ງ​ສຳ​ລັບ​ການປະ​ຕິ​ວັດ ຫວຽດ​ນາມ. ນີ້​ແມ່ນ​ຂີດ​ໝາຍ​​ອັນ​ສະ​ຫງ່​າ​ລາ​ສີ​ໃນ​ໄລ​ຍະ​ທາງ​ຕໍ່​ສູ້​ປົດ​ປ່ອຍ​ຊາດ, ເປີດ​ໄລ​ຍະ​ໃໝ່​​ເພື່ອໃຫ້​​ປະ​ເທດ​ຊາດ​ກ້າວ​ຂຶ້ນ. ບົດ​ນຳ​ຢັ້ງ​ຢືນ​ວ່າ “ພວກ​ເຮົາ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຕໍ່​ຊາດ ຫວຽດ​ນາມ ວິ​ລະ​ຊົນ, ສະຫຼາດ​ສະຫຼຽວ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ເຕັມ​ໄປ​ດ້ວຍ​ເມດ​ຕາ​ຈິດ, ເອກ​ອ້າງ​ທະ​ນົງ​ໃຈ​ຕໍ່​ພັກ​ເຮົາ, ເຊິ່ງ​ແມ່ນພັກ​ປະ​ຕິ​ວັດ​ສັດ​ຈະ​ທຳ, ນອກ​ຈາກ​ຜົນ​ປະ​ໂຫຍດ​ຂອງ​ຊົນ​ຊັ້ນ, ຂອ​ງ​ປະ​ຊາ​ຊົນ, ຂອງ​ຊາດ​ແລ້ວ, ​ແມ່ນບໍ່​ມີ​ຜົນ​ປະ​ໂຫຍດ​ໃດ​ອີກ, ​ພັ​ກສະ​ໜິດ​ຕິດ​ພັນ​ກັບ​ປະ​ຊາ​ຊົນ​ຢ່າງ​ແໜ້ນ​ແຟ້ນ”. ໃນ​ຂະ​ນະ​ນັ້ນ, ບົດ​ນຳ​ຂອງ​ໜັງ​ສື​ພິມ ກວນ​ໂດ້ຍ​ເຍີນ​ເຢີນ (ກະ​ບອກ​ສຽງ​ຂອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ) ຢັ້ງ​ຢືນ​ວ່າ: ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ຮັກ​ສາ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ຕໍ່ຄຸນ​ນະ​ທາດ ແລະ ຄວາມ​ສາ​ມາດ​​ຂອງ​ພັກ​ຕະຫຼອດ​ໄປ.

        ໃນ​ໜ້າຫຼັກ​ຂອງ​ໜັງ​ສື​ພິມ ເຍີນ​ເຢີນ, ກວນ​ໂດ້ຍ​ເຍີນ​ເຢີນ ແລະ ໜັງ​ສື​ພິມ​ສຳ​ຄັນຫຼາຍ​ສ​ະ​ບັບ​​ທີ່ອອກ​ວັນ​ທີ 3/2 ກໍ່ໄດ້​ໃຫ​້​ຂ່າວ, ບົດ, ພາບ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 85 ປີ​ແຫ່ງວັນ​ສ້າ​ງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ໃນ​ນັ້ນ​ມີ​ງານ​ຊຸມ​ນຸມ​ມິດ​ຕິງ​ສະ​ເຫຼີມ​ສະ​ຫຼອງ 85 ປີ​ແຫ່ງວັນ​ສ້າ​ງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ຢູ່ ຮ່າ​ໂນ້ຍ​ໃນ​ວັນ​ທີ 2/2.

        ຕອນ​ຄ່ຳ​ວັນ​ທີ 2/2, ລາຍ​ການ​ສິ​ລະ​ປະ “ພັກ ແລະ ລະ​ດູ​ບານ​ໃໝ່” ຂ່ຳ​ນັບ​ຮັບ​ຕ້ອນ 85 ປີ​ແຫ່ງວັນ​ສ້າ​ງ​ຕັ້ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຖືກ​ຈັດ​ຕັ້ງ​ຂຶ້ນ​ໃນ 3 ສະ​ຖານ​ທີ່​ແມ່ນ: ຮ່າ​ໂນ້ຍ, ນະ​ຄອນ ໂຮ່​ຈີ​ມິນ, ກອນ​ຕຸມ. ເຂົ້າ​ຮ່ວມ​ລາຍ​ການນີ້​ມີ​ທ່ານ ເລ​ຮົ່ງ​ເອງ, ​ຜູ້​ປະ​ຈຳ​ການ​ຄະ​ນະເລ​ຂາ​ສູນ​ກາງ​ພັກ, ທ່ານ​ນາງຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ພ້ອມ​ກັບ​ການ​ນຳ​ບັນ​ດາ​ກະ​ຊວງ, ຄະ​ນະ, ຂະ​ແໜງ​ການສູນ​ກາງ ແລະ ຮ່າ​ໂນ້ຍ ເປັນ​ຈຳ​ນວນຫຼາຍ. ໃນ​ເວ​ລາ​ດຳ​ເນີນ​ລາຍ​ການ, ຜູ້​ຊົມ ແລະ ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ​ໄດ້​ຮັບ​ຟັງ​ບັນ​ດາ​ບົດ​ເພງ, ການ​ສະ​ແດງ​ສິ​ລະ​ປະ​ຍ້ອງ​ຍໍ​ຊົມ​ເຊີຍ​ພັກ, ປະ​ທານ ໂຮ່​ຈີ​ມິນ ຜູ້​ຍິງ​ໃຫຍ່, ປະ​ເທດ​ຊາດ​ປ່ຽນ​ໃໝ່.


ຂ່າວ/ບົດ​ອື່ນ