ການເຄື່ອນໄຫວສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນ ຢູ່ຫຼາຍປະເທດໃນໂລກ

(VOVWORLD) -ສະຖານທູດຫວຽດນາມ ປະຈຳສະຫະພັນລັດເຊຍ ກໍ່ໄດ້ຈັັດພິທີຖະຫວາຍດອກໄມ້ຢູ່ອະນຸສາວະລີປະທານໂຮ່ຈີມິນ, ຢູ່ນະຄອນຫຼວງ ມົດສະກູ.
ການເຄື່ອນໄຫວສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນ ຢູ່ຫຼາຍປະເທດໃນໂລກ - ảnh 1(ພິທີວາງພວງມາລາຢູ່ອະນຸສາວະລີປະທານໂຮ່ຈີມິນ ທີ່ຕັ້ງໃນສວນສາທາລະນະ Montreuil)

ວັນທີ 19 ພຶດສະພາ, ຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ແລະ ບັນດາອົງການຕາງໜ້າຂອງຫວຽດນາມ ປະຈຳນິວຢອກ, ປະເທດອາເມລິກາ ໄດ້ຈັດງານພົບປະໂອ້ລົມທາງອອນລາຍກັບນັກກະວີ ເຈິ່ນດັງຄວາ ຢູ່ ຮ່າໂນ້ຍ ກ່ຽວກັບແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງປະທານ ໂຮ່ຈີມິນ ເນື່ອງໃນໂອກາດວັນຄ້າຍວັນເກີດຂອງ ເພິ່ນ.

ວັນທີ 19 ພຶດສະພາ, ສະຖານທູດຫວຽດນາມ ປະຈຳຝລັ່ງ ພ້ອມກັນອຳນາດການປົກຄອງ ແລະ ປະຊາຊົນນະຄອນ Montreuil ໄດ້ຈັດພິທີວາງພວງມາລາຢູ່ອະນຸສາວະລີປະທານໂຮ່ຈີມິນ ທີ່ຕັ້ງໃນສວນສາທາລະນະ Montreuil ຂອງນະຄອນ.

ແລະກໍ່ໃນວັນດຽວກັນ, ສະຖານທູດຫວຽດນາມ ປະຈຳສະຫະພັນລັດເຊຍ ກໍ່ໄດ້ຈັັດພິທີຖະຫວາຍດອກໄມ້ຢູ່ອະນຸສາວະລີປະທານໂຮ່ຈີມິນ, ຢູ່ນະຄອນຫຼວງ ມົດສະກູ.

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ ຄົບຮອບ 131 ປີ, ໂດຍສະຖານທູດຫວຽດນາມ ປະຈຳ ເວນາຊູເອລາ ຈັດຂຶ້ນໃນວັນທີ 19 ພຶດສະພາ, ຜູ້ຕາງໜ້າກະຊວງການຕ່າງປະເທດ ເວເນຊູເອລາ, ສະມາຄົມມິດຕະພາບ ເວເນຊູເອລາ - ຫວຽດນາມ ໄດ້ສະແດງຄວາມເຄົາລົບນັບຖືຕໍ່ແບບຢ່າງການປະຕິວັດຂອງປະທານໂຮ່ຈີມິນ, ແນວຄິດຂອງ ເພິ່ນ ໄດ້ຊີ້ທິດເຍື່ອງທາງໃຫ້ແກ່ການປະຕິວັດຫວຽດນາມ ຍາດໄດ້ໄຊຊະນະອັນໃຫຍ່ຫຼວງ, ສ້າງປະເທດຫວຽດນາມ ແຫ່ງສັນຕິພາບ, ວັດທະນາຖາວອນ ແລະ ພັດທະນາຢ່າງໝັ້ນຄົງເຂັ້ມແຂງຄືໃນປະຈຸບັນ.

ຢູ່ ຍີ່ປຸ່ນ, ຈີເລ ກໍ່ໄດ້ຈັດການເຄື່ອນໄຫວຫຼາຍຢ່າງເນື່ອງໃນໂອກາດນີ້ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ