ການເຄື່ອນໄຫວສະເຫຼີມສະຫຼອງວັນຊາດອາເມລິກາ

ການເຄື່ອນໄຫວສະເຫຼີມສະຫຼອງວັນຊາດອາເມລິກາ - ảnh 1

(vovworld) – ວັນ​ທີ 3/7, ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈືອງ​ເຕ​ີນ​ຊາງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ໄດ້​ຝາກ​ໂທ​ລະ​ເລກ​ເຖິງ​ທ່ານ Barack Obama, ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ອາ​ເມ​ລິ​ກາ, ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 239 ປີ​ແຫ່ງວັນ​​ຊາດ ອາ​ເມ​ລິ​ກາ (04/7/1779 – 04/07/2015). ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ກໍ​ໄດ້​ຝາກ​ໂທ​ລະ​ເລກ​ເຖິງ​ທ່ານ Joseph Biden, ປະ​ທານ​ສະ​ພາ​ສູງ ອາ​ເມ​ລິ​ກາ ແລະ ທ່ານ John Boehner, ປະ​ທານ​ສະ​ພາ​ຕ່ຳ ອາ​ເມ​ລິ​ກາ. ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າກ​ານ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບີ່ງ​ມິງ ໄດ້​ຝາກ​ໂທ​ລະ​ເລກ​​ອວຍ​ພອນເຖິງ​ທ່ານ John Kerry, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລ​ິ​ກາ.

        ກໍໃນ​ວັນ​ທີ 3/7, ຢູ່ ວັນ​ມ໋ຽວ - ກວກ​ຕື໋​ຢາມ ( ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ) ທີ່​ຮ່າ​ໂນ້ຍ ໄດ​້​ດຳ​ເນີນ​ພິ​ທີ​ມອບ​ລາງວັນ​ການ​ເສັງ​ຮູບ​ຖ່າຍ ແລະ ງານ​ວາ​ງ​ສະ​ແດງ “ການ​ພົວ​ພັນ ຫວຽດ​ນາມ - ອາ​ເມ​ລິ​ກາ ແລະ ປະ​ເທດ ອ​າ​ເມ​ລິ​ກາ”. ທ່ານ​ປະ​ທານ​ສະ​ມາ​ຄົມ​ ຫວຽດ​ນາມ - ອາ​ເມ​ລິ​ກາ ຫງວຽນ​ເຕ​ີມ​ຈ໋ຽນ ໃຫ້​ຮູ້​ວ່າ: ການ​ເສັງ ແລະ ງານ​ວາງ​ສະ​ແດງ​ແມ່ນ​ໜຶ່ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ໄດ້​ຮັບ​ການ​ຈັດ​ຕັ້ງ​ເນື່ອງ​ໃນ​ໂອ​ກາດ​ສ​ະ​ເຫຼີມ​ສະຫຼອງ 20 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ແລະ ສ້າງ​ການ​ພົວ​ພັນ ຫວຽດ​ນາມ - ອ​າ​ເມ​ລິ​ກາ ເປັນ​ປົກ​ກະ​ຕິ (11/7/1995 – 11/7/2015), ປະ​ກອ​ບ​ສ່ວນ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ແລະ ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ ຫວຽດ​ນາມ ແລະ ປະ​ຊາ​ຊົນ ອາ​ເມ​ລິ​ກາ…


ຂ່າວ/ບົດ​ອື່ນ