ການເຄື່ອນໄຫວສະເຫລີມສະຫລອງ 55 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ-ລາວ

(VOVWORLD) -ຕອນຄ່ຳວັນທີ 18 ກໍລະກົດ, ສະຖານີໂທລະພາບຫວຽດນາມ ສົມທົບກັບສະຖານີ ໂທລະພາບແຫ່ງຊາດລາວ ໄດ້ຈັດຕັ້ງ ລາຍການ “ຖ່າຍທອດສົດ ຫວຽດນາມ - ລາວ: ຮ່ວມເສັ້ນທາງດຽວ” ດ້ວຍຄວາມຍາວ 120 ນາທີ ແລະ ໄດ້ປະຕິບັດທັງຢູ່ນະຄອນຫລວງ ວຽງຈັນ ແລະ ນະຄອນຫລວງ ຮ່າໂນ້ຍ. 

ການເຄື່ອນໄຫວສະເຫລີມສະຫລອງ 55 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ-ລາວ - ảnh 1 ລາຍການສະແດງສິລະປະໃນລາຍການຖ່າຍທອດສົດ:ຫວຽດນາມ-ລາວ

ພາບ:Vietnamplus

ໃນລາຍການດັ່ງກ່າວ ຍັງແນະນຳບັນດາບົດສາລະຄະດີກ່ຽວກັບສາຍພົວພັນຮ່ວມມື, ຊ່ວຍເຫລືອເຊິ່ງກັນ ແລະກັນລະຫວ່າງ ສອງຊາດ ຫວຽດນາມ ແລະລາວ ນັບແຕ່ໄລຍະສົງຄາມຕະຫລອດຮອດຊຸມວັນເດືອນປີໄດ້ຮັບສັນຕິພາບ ດ້ວຍບັນດາລາຍການສິລະປະທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຫວຽດນາມ ແລະ ລາວ. ເຂົ້າຮ່ວມລາຍການ, ຜູ້ຊົມທັງສອງປະເທດ ໄດ້ພົບປະແລກປ່ຽນກັບບັນດາຕົວພະຍານປະຫວັດສາດ, ບັນດາຜູ້ທີ່ໄດ້ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນຫວຽດນາມ - ລາວ ຄື: ຮອງສາດສະດາຈານ, ປອ ດາມດືກເວື້ອງ ອະດີດຊ່ຽວຊານ ຫວຽດນາມ ຢູ່ ລາວ, ພົນຈັດຕະວາ ຮີ່ງດັກເຮືອງ, ອະດີດຫົວຫນ້າຄະນະຜູ້ຊ່ຽວຊານການທະຫານຫວຽດນາມ ຊ່ວຍເຫລືອລາວ, ພົນຈັດຕະວາ ບົວສ້ຽງ ຈຳປາພັນ, ອະດີດຮອງຫົວຫນ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ທ່ານ ຄຳຕາ ດວງທອງລາ, ອະດີດຮອງລັດຖະມົນຕີການຕ່າງປະເທດລາວ, ອະດີດເອກອັກຄະລັດຖະທູດຜູ້ທຳອິດຂອງລາວ ປະຈຳຫວຽດນາມ. ແລະກໍ່ໃນຕອນຄ່ຳວັນດຽວກັນ, ຢູ່ ແຂວງ ດ້ຽນບຽນກໍ່ໄດ້ດຳເນີນລາຍການພົບປະແລກປ່ຽນຊາວຫນຸ່ມກອງທັບຫວຽດນາມ ແລະ ລາວ ດ້ວຍຫົວຂໍ້ “ຮ່ວມສາຍພູຫລວງ- ຖານສະຫາຍອ້າຍນ້ອງ”. 

ຕອບກັບ

ຂ່າວ/ບົດ​ອື່ນ