ການເຄື່ອນໄຫວສະເຫລີມສະຫລອງ70ປີແຫ່ງວັນການປະຕິວັດເດືອນ8ແລະວັນຊາດທີ2/9

ການເຄື່ອນໄຫວສະເຫລີມສະຫລອງ70ປີແຫ່ງວັນການປະຕິວັດເດືອນ8ແລະວັນຊາດທີ2/9 - ảnh 1
VOV ຈັດລາຍ​ການ​ສິ​ລະ​ປະ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງວັນ ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ​ທີ 2/9

(vovworl)- ​ສະ​ເຫລີມ​ສະ​ຫລອງ 70 ປີ​ແຫ່ງວັນ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ​ທີ 2/9, ວັນ​ທີ 1/9, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ອອກ​ອາ​ກາດ​ລາຍ​ການ​ພິ​ເສດ ເລີ່ມ​ຕົ້ນ​ແຕ່​ເວ​ລາ 7 ໂມງ ຫາ 13 ໂມງ. ເຂົ້າ​ຮ່ວມ​ລາຍ​ການ ມີ​​ທ່ານ ຫວູ​ຄວານ, ອະ​ດີດ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ, ນັກ​ປະ​ຫວັດ​ສາດ ເຢືອງ​ຈູງກວກ, ສາດ​ສະ​ດາ​ຈານ ດ​ຣ ວິ​ທະ​ຍາ​ສາດ ຫວູ​ມີງ​ຢາງ ພ້ອມ​ກັບ​ພົນຈັດ​ຕະ​ວາ ເລ​ວັນ​ເກືອງ ແລະ ນັກ​ກະ​ວີ ຮົ່ງ​ແທງກວາງ.

ກ່ອນ​ຫນ້ານັ້ນ ຕອນ​ຄ່ຳ​ວັນ​ທີ 31/8, ຢູ່ ຮ່າ​ໂນ້ຍ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ລາຍ​ການ​ສິ​ລະ​ປະ​ພິ​ເສດ ເພື່ອ​ວາດ​ພາບ​ບັນ​ດາ​ໄລ​ຍະ​ປະ​ຫວັດ​ສາດ​ອັນ​ສະ​ຫງ່າ​ອົງ​ອາດ​ຂອງ​ຊາດ​ຫວຽດ​ນາມ.

ໃນ​ວັນ​ດຽວ​ກັນ, ຢູ່ ນະ​ຄອນ ໂຮ່​ຈິ​ມີນ ໄດ້​ຈັດ​ຕັ້ງ​ງານ​ລ້ຽງ​ຮອງ​ຮັບ​ບັນ​ດາ​ອົງ​ການ​ທູ​ຕະ​ນຸ​ທູດ ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 70 ປ​ີ​ແຫ່ງວັນ​ຊາດ ຫວຽດ​ນາມ ຄື​ວັນ​ທີ 2/9. ກ່າວ​ຄຳ​ນະ​ພິ​ທີ, ທ່ານ ເລ​ຮ່​ວາງກວນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ນະ​ຄອນ ໂຮ່​ຈີ​ມີນ ໄດ້​ຢືນ​ຢັນ​ວ່າ: ໃນ​ຕະ​ຫລອດ 70 ປີ​ຜ່ານ​ມາ, ປະ​ຊາ​ຊົນ​ຫວຽດ​ນາມ ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກລຳ​ບາກ, ​ການ​​ທົດ​ສອບ, ​ສິ່ງທ້າ​ທາຍ, ການ​ເສຍ​ສະ​ຫລະ​ເພື່ອ​ທ້ອນ​ໂຮມ​​ແລະ ສ້າງ​ສາ​ປະ​ເທດ​ຊາດໃຫ້​ໃຫຍ່​ໂຕ​ເຂັ້ມ​ແຂງ ແລະ ສວຍ​ງາມກວ່າ. ຫວຽດ​ນາມ​ພວມ​ເປັນ​ເຈົ້າ​ການ ແລະ​ຕັ້ງ​ຫນ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ເປັນ​ເພື່ອນ, ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ເປັນ​ສະ​ມາ​ຊິກ​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ປະ​ຊາ​ຄົມ​ສາ​ກົນ.

        ຕອນ​ຄ​່ຳ​ວັນ​ດຽວ​ກັນ, ສະ​ຖານ​ທູດ​ຫວຽດ​ນາມ ຢູ່​ປັກ​ກີງ​ກໍ​ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ຫລີມ​ສະ​ຫລອງ 70 ປີ​ແຫ່ງວັນ​ປະ​ຕິ​ວັດ​ເດືອນ 8 ແລະ ວັນ​ຊາດ​ທີ 2/9. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ ຫງວຽນ​ວັນ​ເທີ, ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ຈີນ ໄດ້​ຢືນ​ຢັນ: 70 ປີ​ຜ່ານ​ມາ, ທົ່ວ​ຊາດ​ຫວຽດ​ນາມ ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ພ້ອມ​ກັບ​ເຈດ​ຈຳ​ນົງ​ເອ​ກະ​ລາດ, ນ້ຳ​ໃຈ​ຮັກ​ຫອມ​ສັນ​ຕິ​ພາບ​ໄດ້​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທົດ​ສອບ, ປົກ​ປັກ​ຮັກ​ສາ​ພື້ນ​ຖານ​ເອ​ກະ​ລາດ, ເສ​ລີ​ພາບ ແລະ ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກ​ະ​ພາບ. ແລະ​ກໍ​ໃນ​ວັນ​ດຽວ​ກັນ, ​ຄະ​ນະ​ຜູ້​ແທນສະ​ຖານ​ທູດ​ລາວ ປະ​ຈຳ ລັດ​ເຊຍ ໄດ້​​ໄປ​ຍັງສະ​ຖານ​ທູດ​ຫວຽດ​ນາມ ຢູ່ ​ນະ​ຄອນ​ຫລວງ ມົດ​ສະ​ກູ ເພື່ອອວຍ​ພອນ​ວັນ​ຊາດ​ຫວຽດ​ນາມ ​ທີ 2/9 ​. ນະ​ທີ່ນີ້, ທ່ານ ຫງວຽນ​ແທງ​ເຊີນ, ເອກ​ອັກ​ຄະ​ລັດ​ຖະ​ທູດ ໄດ້​ຂອບ​ອົກ​ຂອບ​ໃຈ ບັນ​ດາ​ອາ​ລົມ​ຈິດ​ທີ່​ຈິງ​ໃຈຂອງ​ເພື່ອນ​ລາວ​ທີ່​ພວມ​ເຮັດ​ວຽກ​ຢູ່ ລັດ​ເຊຍ ແລະ ຢືນ​ຢັນ​ເຖິງ​ຄວາມ​ສາ​ມັກ​ຄີ, ສະ​ຫນິດ​ຕິດ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ​ລາວ ຈະ​ນັບ​ມື້​ນັບ​ພັດ​ທະ​ນາ.

ຂ່າວ/ບົດ​ອື່ນ