ການເຄື່ອນໄຫວຫລາຍຢ່າງເນື່ອງໃນໂອກາດສະເຫລີມສະຫລອງວັນຄອບຄົວຫວຽດນາມ28/6

ການເຄື່ອນໄຫວຫລາຍຢ່າງເນື່ອງໃນໂອກາດສະເຫລີມສະຫລອງວັນຄອບຄົວຫວຽດນາມ28/6 - ảnh 1
ພາບ​ປະ​ກອບ:tuoitre.vn

(vovworld)-​ ເນື່ອງ​ໃນ​ໂອ​ກາດ​ວັນ​ຄອບ​ຄົວ​ຫວຽດ​ນາມ (28/6), ວັນ​ທີ 27/6 ຢູ່ ໝູ່​ບ້ານ​ວັດ​ທະ​ນະ​ທຳ ທ່ອງ​ທ່ຽວ ບັນ​ດາ​ເຜົ່າ​ຫວຽດ​ນາມ ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ ສິ​ລະ​ປະ ຢ່າງ​ຟົດ​ຟື້ນທີ່​ເຕັມ​ໄປ​ດ້ວຍ​ສີ​ສັນ​ຊົນ​ເຜົ່າ. ໃນ​ວັນ​ດຽວ​ກັນ ຢູ່​ສູນ​ວາງ​ສະ​ແດງວັດ​ທະ​ນະ​ທຳ​ສິ​ລະ​ປະ ຫວຽດ​ນາມ ໄດ້​ໄຂ​ງານ​ວາງ​ສະ​ແດງ​ຮູບ​ພາບ​ກ່ຽວ​ກັບ ຄອບ​ຄົວ​ຫວຽດ​ນາມ. ງານ​ວາງ​ສະ​ແດງ​ໄດ້​ແນະ​ນຳ​ຮູບ​ງາມກວ່າ 100 ແຜ່ນ ສ່ອງ​ແສງ​ເຖິງ​ຄວາມ​ອົບ​ອຸ່ນ ແລະ ຜາ​ສຸກ ຂອງ​ບັນ​ດາ​ຄອບ​ຄົວ​ຫວຽດ​ນາມ​ໃນ​ປະ​ເທດ. ບັນ​ດາ​ຮູບ​ພາບ​ດັ່ງ​ກ່າວ​ແມ່ນ​ຢາກ​ຕັກ​ເຕືອນ​ໃຫ້​ທຸກ​ຄົນ​ຕ້ອງ​ເຄົາ​ລົບ​ຈຸດ​ເວ​ລາ​ເຕົ້າ​ໂຮມ​ກັບ​ຄອບ​ຄົວ ແລະ ຮັກ​ສາ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຄອບ​ຄົວ​ຫວຽດ​ນາມ. ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ, ນາງ ຕ້າ​ກີມ​ແອງ ຢູ່ ເມືອງ ບາ​ດີງ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

        “ໃນຈ​ຳນວນ​ຮູບ​ພາບ​ເຫລົ່າ​ນັ້ນ ຂ້າ​ພະ​ເຈົ້າ​ມັກ​ທີ່​ສຸດ​ແມ່ນ​ຮູບ​ພາບ​ຢູ່​ເຈື່ອງ​ຊ​າ, ບັນ​ດາ​ອ້າ​ຍ​ທະ​ຫານ ແລະ ນາງ​ສາວ, ເດັກ​ນ້ອຍ. ບັນ​ດາ​ຮູບ​ພາບນີ້​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຜາ​ສຸກ ແລະ ຄວາມ​ຮັກ​ແພງ​ລະ​ຫວ່າງ​ທະ​ຫານ ແລະ ປະ​ຊາ​ຊົນ, ເອື້ອຍນ​ອ້ງ​ຢູ່​ທ້ອງ​ຖິ່ນ​ມູ່ງ​ຫນ້າ​ເຖິງ​ບັນ​ດາ​ອ້າຍ​ທະ​ຫານ​ປ້ອງ​ກັນ​ເກາະ​ເຈື່ອງ​ຊາ ແມ່ນ​ມີ​ຄວາມ​ໝາຍ​ທີ່​ສຸດ. ຫລື ຮູບ​ພາບ 3 ລຸ້ນ​ຄົນ​ດຳ​ລົງ​ຊີ​ວິດ​ຮ່ວມ​ກັນກ​ໍ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຕໍ່ຂ້າ​ພະ​ເຈົ້າ​.”

 

ຂ່າວ/ບົດ​ອື່ນ