ການເຄື່ອນໄຫວຫຼາຍຢ່າງເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນ ຄົບຮອບ 131 ປີ

(VOVWORLD) -ການເຄື່ອນໄຫວຟົດຟື້ນຫຼາຍຢ່າງຖືກຈັດຂຶ້ນຢູ່ບາງທ້ອງຖິ່ນເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນ ຄົບຮອບ 131 ປີ (19 ພຶດສະພາ 1890 – 19 ພຶດສະພາ 2021).
ການເຄື່ອນໄຫວຫຼາຍຢ່າງເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນ ຄົບຮອບ 131 ປີ - ảnh 1ສະຖານທູດຫວຽດນາມ ປະຈຳໂມຊຳບິກ ໄດ້ຈັດການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນ
(ພາບ: TTXVN)

“ຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດປະທານໂຮ່ຈີມິນ” ແມ່ນຫົວຂໍ້ຂອງງານວາງສະແດງທີ່ພວມດຳເນີນໄປຢູ່ເຂດປູຊະນີຍະສະຖານປະທານໂຮ່ຈີມິນ ໃນທຳນຽບປະທານປະເທດ. ງານວາງສະແດງໄດ້ແນະນຳພາບຖ່າຍ, ເອກະສານກວ່າ 300 ຢ່າງ ດ້ວຍບັນດາຫົວເລື່ອງຄື: “ປະທານໂຮ່ຈີມິນ - ແບບຢ່າງຄຸມສົມບັດປະຕິວັດທີ່ຕົວແບບ”; “ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດປະທານໂຮ່ຈີມິນ” ແລະ “ນ້ຳໃຈຂອງປະຊາຊົນໃນທົ່ວໂລກທີ່ມີຕໍ່ປະທານໂຮ່ຈີມິນ”.

        ເນື່ອງໃນໂອກາດນີ້, ຢູ່ ເກີນເທີ, ສະພາເຍົາວະຊົນນະຄອນ ເກີນເທີ ໄດ້ຈັດການມອບຂອງຂວັນໃຫ້ຄອບຄົວເປົ້າໝາຍນະໂຍບາຍ ແລະ ອະນຸຊົນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເມືອງ ຟອງດ່ຽນ. ເຂົ້າຮ່ວມບັນດາການເຄື່ອນໄຫວ, ທ່ານນາງ ລືທິງອັກແອັງ, ຮອງເລຂາຄະນະຊາວໜຸ່ມແຂວງ, ປະທານສະພາເຍົາວະຊົນນະຄອນ ເກີນເທີ, ໃຫ້ຮູ້ວ່າ.

        “ໄວໜຸ່ມນະຄອນໄດ້ຈັດການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງເພື່ອຂ່ຳນັບຊົມເຊີຍວັນຄ້າຍວັນເກີດປະທານໂຮ່ຈີມິນ ຄົບຮອບ 131 ປີ, ຜ່ານນັ້ນເສີມຂະຫຍາຍມູນເຊື້ອ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”, ກໍຄືນຳການ “ຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດປະທານໂຮ່ຈີມິນ” ເຂົ້າໃນພຶດຕິກຳຕົວຈິງ. ໃນໄລຍະຈະມາເຖິງ, ຄາດວ່າ ພວກຂ້າພະເຈົ້າຈະຈັດການຍ້ອງຍໍຊົມເຊີຍຊາວໜຸ່ມດີເດັ່ນໃນການຮ່ຳຮຽນ ແລະ ປະຕິບັດຕາມຄຳສັ່ງສອນຂອງປະທານໂຮ່ຈີມິນ”.

        ໃນຂະນະນັ້ນ, ຢູ່ ໂມຊຳບິກ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນ ຄົບຮອບ 131 ປີ, ສະຖານທູດຫວຽດນາມ ປະຈຳປະເທດນີ້ ໄດ້ສົມທົບກັບບັນດາວິສາຫະກິດ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ ໂມຊຳບິກ ກໍ່ໄດ້ຈັດການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ