ການເຄື່ອນໄຫວອາໄລຫາຜູ້ປະສົບເຄາະຮ້າຍໃນເຫດການເຮືອບິນMH17ຕົກ

ການເຄື່ອນໄຫວອາໄລຫາຜູ້ປະສົບເຄາະຮ້າຍໃນເຫດການເຮືອບິນMH17ຕົກ - ảnh 1
ຊາວບ້ານ Petropavlivka ​ອາ​ໄລ​ຫາ​ບັນດາ​
ຜູ້​ປະສົບ​ເຄາະ​ຮ້າຍ​ໃນ​ຖ້ຽວ​ບິນ MH17
(ພາບສຳນັກຂ່າວສານຫວຽດນາມ)

(vovworld) - ​ ​ ວັນ​ທີ 17/07 ​​ພາຍຫລັງເຫດການ​ເຮືອບິນ MH17 ຂອງ​ບໍລິສັດ​ການບິນ ມາ​ເລ​ເຊຍ ຕົກ​ໃນຜືນ​ແຜນ​ດິນ​ທາງ​ທິດຕາ​ເວັນ​ອອກ​ຂອງ ຢູ​ແກຼນ ​ເຮັດ​​ໃຫ້​ຜູ້​ໂດຍສານ 298 ຄົນ ​ແລະ ຈຸ​ບິນ​ທັງ​ໝົດ​ເສ​ຍຊີວິດເປັນ​ເວລາ 2 ປີ​, ຊາວບ້ານ Petropavlivka ບ່ອນ​ທີ່​ຊອກ​ເຫັນ​ຊາກ​ເຮືອບິນ ​ແລະ ຊາກ​ສົບຜູ້​ໂດຍສານ​​ບາງ​ຄົນນັ້ນ ​ໄດ້​ນຳ​ດອກ​ໄມ້ ​ແລະ ທູບ​ທຽນມາ​ອາ​ໄລ​ຫາ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ໃນ​ຖ້ຽວ​ບິນ MH17. ​ໃນ​ສະໜາ​ມນ້ອຍ​ຢູ່ບ້ານ Petropavlivka, ມີ​ປະຊາຊົນປະມານ 60 ຄົນ​ໄດ້​ເຂົ້າ​ຮ່ວມ​ພິທີພາວະນາ​ໃຫ້​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ໃນ​ຖ້ຽວ​ບິນ​ວັນ​ທີ 17/07/2014.

        ​ແລະ​ໃນ​ວັນ​ດຽວ​ກັນ, ລັດຖະບານ ມາ​ເລ​ເຊຍ ຢືນຢັນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນຍາ​ຈະ​ຊອກ​​ເຫັນຄວາມ​ຈິງ​ຂອງ​ເຫດການ​ດັ່ງກ່າວ. ທ່ານ​ນາຍົກລັດຖະມົນຕີ ມາ​ເລ​ເຊຍ Najib Razak ​ເນັ້ນ​ໜັກ​ວ່າ: ​ເຫດການ​ເຮືອບິນ MH17 ຕົກ “​ແມ່ນ​ການ​ກະທຳກໍ່​ການ​ຮ້າຍ​ເຮັດ​ໃຫ້​ທົ່ວ​ໂລກ​ໂກດ​ແຄ້ນ” ພ້ອມ​ທັງຢັ້ງຢືນວ່າ ລັດຖະບານ ມາ​ເລ​ເຊຍ ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ຊອກ​ຫາ “ການ​ອະທິບາຍ​ຢ່າງ​ຄົບ​ຖ້ວນ ​ແລະ ສົມ​ເຫດ​ສົມ​ຜົນ” ກ່ຽວ​ກັບ​ບັນດາ​ເຫດການ​ທີ່​ກໍ່​ໃຫ້​ເກີດວິ​ນາດ​ສະ​ກຳ​ນີ້.

ຂ່າວ/ບົດ​ອື່ນ