ການເຄື່ອນໄຫວເຊີດຊູຜູ້ບໍລິຈາກເລືອດດີເດັ່ນທົ່ວປະເທດປີ 2018

(VOVWORLD) -  ສານຂອງວັນໂລກເຊີດຊູຜູ້ບໍລິຈາກເລືອດ 14 ມິຖຸນາ ປີນີ້ ແມ່ນ “ບໍລິຈາກເລືອດ - ກູ້ເອົາຊີວິດ”, ເພື່ອແນໃສ່ເນັ້ນໜັກເຖິງນ້ຳໃຈສາມັກຄີ, ຄຸນຄ່າຄວາມເມດຕາ ແລະ ຄວາມເຂົ້າອົກເຂົ້າໃຈຂອງປະຊາຄົມຕໍ່ບັນດາຄົນເຈັບທີ່ຕ້ອງການເລືອດ
ການເຄື່ອນໄຫວເຊີດຊູຜູ້ບໍລິຈາກເລືອດດີເດັ່ນທົ່ວປະເທດປີ 2018 - ảnh 1 ພາບປະກອບ

ເພື່ອຕອບສະໜອງວັນໂລກເຊີດຊູຜູ້ບໍລິຈາກເລືອດ (14 ມິຖຸນາ), ແຕ່ວັນທີ 7 – 9 ມິຖຸນາ, ຢູ່ຮ່າໂນ້ຍ ແລະ ແຂວງ ນີງບີ່ງ, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ສົມທົບກັບສູນກາງສະພາກາແດງ ຫວຽດນາມ, ຫ້ອງການປະຈຳການຄະນະຊີ້ນຳແຫ່ງຊາດກ່ຽວກັບການຂົນຂວາຍບໍລິຈາກເລືອດ ແລະ ສະຖາບັນ ໂລຫິດສາດ - ສົ່ງເລືອດສູນກາງ ຈັດຕັ້ງບັນດາການເຄື່ອນໄຫວເຊີດຊູຜູ້ບໍລິຈາກເລືອດດີເດັ່ນທົ່ວປະເທດ ປີ 2018 100 ຄົນ.

        ສານຂອງວັນໂລກເຊີດຊູຜູ້ບໍລິຈາກເລືອດ 14 ມິຖຸນາ ປີນີ້ ແມ່ນ “ບໍລິຈາກເລືອດ - ກູ້ເອົາຊີວິດ”, ເພື່ອແນໃສ່ເນັ້ນໜັກເຖິງນ້ຳໃຈສາມັກຄີ, ຄຸນຄ່າຄວາມເມດຕາ ແລະ ຄວາມເຂົ້າອົກເຂົ້າໃຈຂອງປະຊາຄົມຕໍ່ບັນດາຄົນເຈັບທີ່ຕ້ອງການເລືອດ, ຈາກນັ້ນ ສະແດງຄວາມເອົາໃຈໃສ່, ແບ່ງປັນຢ່າງເລິກເຊິ່ງຜ່ານການກະທຳອັນສູງສົ່ງ - ບໍລິຈາກເລືອດກູ້ເອົາຊີວິດ, ປະກອບສ່ວນນຳມາເຊິ່ງຊີວິດໃຫ້ຄົນເຈັບ.

        ຮ່ວມເດີນທາງພ້ອມກັບການເຄື່ອນໄຫວເຊີດຊູຜູ້ບໍລິຈາກເລືອດດີເດັ່ນທົ່ວປະເທດ, ລາຍການຂົນຂວາຍບໍລິຈາກເລືອດທົ່ວປະເທດ “ຂະບວນການແດງ” ຄັ້ງທີ 6 ຈະເລີ່ມເຄື່ອນໄຫວຢ່າງເປັນທາງການໃນວັນທີ 14 ມິຖຸນາ ຢູ່ແຂວງ ກາເມົາ. ດ້ວຍສານທີ່ວ່າ “ເຊື່ອມຕໍ່ສາຍເລືອດ ຫວຽດ”, ຄາດວ່າ, ຂະບວນການແດງ 2018 ຈະໄດ້ຮັບເລືອດ 30.000 ຖົງ, ຄາດວ່າຈະຈັດຕັ້ງຮອດວັນທີ 15 ກໍລະກົດ, ຢູ່ 26 ແຂວງ, ນະຄອນ.

ຕອບກັບ

ຂ່າວ/ບົດ​ອື່ນ