ການ​ເຈ​ລະ​ຈາ​ ລະ​ຫວ່າງ ອາ​ຊຽນ - ສ.ເກົາຫຼີ ຄັ້ງ​ທີ 24

(VOVWORLD) -     ຕອນເຊົ້າວັນທີ 26 ສິງຫາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫວຽນກວັກຢຸງ, ຫົວໜ້າ SOM ອາຊຽນ ຫວຽດນາມ ໄດ້ເຂົ້າຮ່ວມການເຈລະຈາປະຈຳປີຂັ້ນຮອງລັດຖະມົນຕີ ລະຫວ່າງ ອາຊຽນ ແລະ ສ.ເກົາຫຼີ ຄັ້ງທີ 24 ຊຶ່ງຖືກຈັດຂຶ້ນຜ່ານທາງອອນລາຍ.
ການ​ເຈ​ລະ​ຈາ​ ລະ​ຫວ່າງ ອາ​ຊຽນ - ສ.ເກົາຫຼີ ຄັ້ງ​ທີ 24 - ảnh 1 ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫວຽນກວັກຢຸງ, ຫົວໜ້າ SOM ອາຊຽນ ຫວຽດນາມ 

        ທີ່ກອງປະຊຸມເຈລະຈາ, ສອງຝ່າຍໄດ້ເຫັນດີສືບຕໍ່ຜັນຂະຫຍາຍແຜນການດຳເນີນງານ ລະຫວ່າງ ອາຊຽນ - ສ.ເກົາຫຼີ ຢ່າງມີປະສິດທິຜົນ, ຍູ້ແຮງການຮ່ວມມືກັນ ເພື່ອສືບຕໍ່ຮັບມື ແລະ ຫຼຸດຜ່ອນຜົນກະທົບຈາກ ໂຄວິດ - 19, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດບຸລິມະສິດ.

        ຝ່າຍ ສ.ເກົາຫຼີ  ຢັ້ງຢືນວ່າ ສ.ເກົາຫຼີ ຈະສືບຕໍ່ຍູ້ແຮງການຮ່ວມມືກັບ ອາຊຽນ ຜ່ານໂຄງການຮັບມືໄວຕໍ່ ໂຄວິດ - 19 ລວມມູນຄ່າ 10 ລ້ານ USD, ບັນດາການເຄື່ອນໄຫວແບ່ງປັນຂໍ້ມູນ ແລະ ປະສົບການປ້ອງກັນ, ສະກັດກັ້ນ ແລະ ປິ່ນປົວ, ຍົກສູງກຳລັງຄວາມສາມາດໃຫ້ແກ່ບັນດາສູນສາທາລະນະສຸກໃນພາກພື້ນ; ສົມທົບກັນຢ່າງແໜ້ນແຟ້ນກັບ ອາຊຽນ ໃນການຄົ້ນຄວ້າ ແລະ ຜະລິດ ວັກຊິນ ແລະ ຢຸກຢາປິ່ນປົວ ໂຄວິດ - 19.

        ກ່ຽວກັບສະພາບການສາກົນ ແລະ ພາກພື້ນ , ບັນດາປະເທດ ອາຊຽນ ແລະ ສ.ເກົາຫຼີ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ເຊື່ອມຕໍ່ການເຈລະຈາໂດຍໄວ, ປະຕິບັດບັນດາມະຕິຂອງສະພາຄວາມໝັ້ນຄົງ ສປຊ ແລະ ບັນດາຂໍ້ຕົກລົງທີ່ບັນລຸໄດ້ຢ່າງຄົບຖ້ວນ, ຊຸກຍູ້ການເຈລະຈາ, ການຮ່ວມມື, ຮັກສາສັນຕິພາບ, ສະຖຽນລະພາບ, ສ້າງແຫຼມເກົາຫຼີ ປອດນິວເຄຼຍ. ສ.ເກົາຫຼີ ສະໜັບສະໜູນຫຼັກໝັ້ນ, ຫຼັກການຂອງ ອາຊຽນ, ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນ ຢູ່ທະເລຕາເວັນອອກ, ເຄົາລົບກົດໝາຍສາກົນ, ແກ້ໄຂບັນຫາການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍ ແລະ ບັນດາມາດຕະຖານສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ