ການເຈລະຈານິວເຄຼຍລະຫວ່າງອີຣານແລະກຸ່ມP5+1ພາຍຫຼັງ4ວັນບໍ່ທັນມີບາດກ້າວບຸກທະລຸ

ການເຈລະຈານິວເຄຼຍລະຫວ່າງອີຣານແລະກຸ່ມP5+1ພາຍຫຼັງ4ວັນບໍ່ທັນມີບາດກ້າວບຸກທະລຸ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​​ວ່າ​ການ​ກະ​ຊວງການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ John Kerry (ຂວາ) ແລະ​ ທ່ານ​ລັດ​ຖະ​ມົນ​ຕີ​​ວ່າ​ການ​ກະ​ຊວງການ​ຕ່າງ​ປະ​ເທດ ອີ​ຣານ Mohammad Javad Zarif (ຊ້າຍ)

(vovworld) – ​ຮອບ​ເຈ​ລະ​ຈາ​ທີ່​ມີ​ລັກ​ສະ​ນະ​ຕັດ​ສິ​ນ​ຊີ້​ຂາດ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ລະ​ຫວ່າງ ອີ​ຣານ ແລະ ກຸ່ມ P5+1 (ເຊິ່ງ​ລວມ​ມີ: ອາ​ເມ​ລິ​ກາ, ອັງ​ກິດ, ຈີນ, ລັດ​ເຊຍ ແລະ ເຢຍ​ລະ​ມັນ), ຈັດ​ຕັ້ງ​ຢູ່​ວຽນ, ປະ​ເທດ ໂອ​ຕ​ລິດ, ພວມ​ດຳ​ເນີນ​​ໃນ​ທາມ​ກາງ​ຄວາມ​ເຄັ່ງ​ຕຶງ ແລະ ຍາກ​ທີ່​ສາ​ມາດ​ບັນ​ລຸ​ໄດ້​ບາດ​ກ້າວ​ບຸກ​ທະ​ລຸ​ເມື່ອ​ຈຸດ​ກຳ​ນົດ​ເວ​ລາສຸດ​ທ້າຍ​ຄື ວັນ​ທີ 24/11 ​ພວມ​ຫຍັບ​ມໍ່​ເຂົ້າ. ​ທີ່ການ​ເຈ​ລະ​ຈາ, ບັນ​ດາ​ຝ່າຍ​ຍັງ​ມີ​ຄວາມບໍ່​ລົງ​ລອຍ​ກັນ​ເລິກ​ເຊິ່ງ​ໃນຫຼ​າຍ​ບັ​ນ​ຫາ, ພິ​ເສດ​ແມ່ນ​ຂອບ​ຂະ​ໜາດ​ການ​ເສີມ​ທາດ ຢູ​​ເຣ​ນຽມ ແລະ ຄວາມ​ຄືບ​ໜ້າ​ກ່ຽວ​ກັບ​ການ​ໂຍະ​ຍານ​ຄຳ​ສັ່ງ​ລົງ​ໂທດ​ໃຫ້​ແກ່ ອີ​ຣານ. ໃນ​ວັນ​ທີ 21/11, ທ່ານ​ລັດ​ຖະ​ມົນ​ຕີ​​ວ່າ​ການ​ກະ​ຊວງການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ John Kerry ພົບ​ປະ​ກັບ​ຄູ່​ຕຳ​ແໜ່ງ ອັງ​ກິດ ແລະ ຝ​ຣັ່ງ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ບາດ​ກ້າວ​ຕໍ່​ໄປ, ຫຼີກ​ລ້ຽງ​ບັນ​ຫາ​ປະ​ໃຫ​້ຮອບ​ເຈ​ລະ​ຈາ​ຖືກ​ພັງ​ທະ​ລາຍ ຫຼື ຕ້ອງຍອມ​ຮັບ​ແກ່​ຍາວ​​ເວ​ລາ​ເຈ​ລະ​ຈາ.

        ປະ​ຈຸ​ບັນ, ອີ​ຣານ ແລະ ກຸ່ມ P5+1 ຍັງ​ມີ​ຄວາມບໍ່​ລົງ​ລອຍ​ກັນ​ໃນ 2 ບັນ​ຫາ: ການ​ເຄື່ອນ​ໄຫວ​ເສີມ​ທາດ ຢູ​​ເຣ​ນຽມ​ຂອງ ອີ​​ຣານ ແລະ ລະ​ດັບ​ຄວາມ​ໄວ​ຂອງ​ການ​​ຍົກ​ເລີກບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ຂອງຝ່າຍ​ຕາ​ເວັນ​ຕົກ ສຳ​ລັບ ເຕ​ເຮ​ຣານ.

 


ຂ່າວ/ບົດ​ອື່ນ