ການເຈລະຈາລະດັບຊາດກ່ຽວກັບກອງ ທຶນສິ່ງແວດລ້ອມ ທົ່ວໂລກຫວຽດນາມ

ການເຈລະຈາລະດັບຊາດກ່ຽວກັບກອງ ທຶນສິ່ງແວດລ້ອມ ທົ່ວໂລກຫວຽດນາມ - ảnh 1
ການ​ເຈລະຈາລະ​ດັບ​ຊາດກ່ຽວ​ກັບ​
ກອງ​ທຶນ​ສິ່ງ​ແວດ​ລ້ອມ​ທົ່ວ​ໂລກ​ຫວຽດນາມ
(ພາບ: tainguyenmoitruong.com.vn)


(vovworld) – ການ​ເຈລະຈາ, ລະ​ດັບ​ຊາດ ກ່ຽວ​ກັບ​ກອງ​ທຶນ​ສິ່ງ​ແວດ​ລ້ອມ​ທົ່ວ​ໂລກ​ຫວຽດນາມ ດຳ​ເນີນ​ໄປ​ໃນ​ວັນ​ທີ 07/10, ຢູ່​ຮ່າ​ໂນ້ຍ, ​​ໂດຍ​ຫ້ອງການ​ຄະນະ​ຊີ້​ນຳ​ກອງ​ທຶນ​ສິ່ງ​ແວດ​ລ້ອມ​ທົ່ວ​ໂລກ (GEF) ຫວຽດນາມ ຈັດ​ຕັ້ງ, ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຊ່ຽວຊານ​ໃນ​ຂົງ​ເຂດ​ສິ່ງ​ແວດ​ລ້ອມ​ກວ່າ 100 ຄົນ. ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ການ​ເຈລະຈາ​ລະດັບ​ຊາດກ່ຽວ​ກັບ​ກອງ​ທຶນ​ສິ່ງ​ແວດ​ລ້ອມ​ທົ່ວ​ໂລກ​ຫວຽດນາມ ​ໄດ້​ສຸ​ມໃສ່​ປຶກສາ​ຫາລື​ບັນດາ​​ທິດທາງ, ​ໂຄງການ​ເຄື່ອນ​ໄຫວ​ຂອງ 6 ​ໄລຍະ 2014 – 2018, ​ໃນ​ນັ້ນກຳນົດ​ບຸລິມະສິດ​ຂອງ​ຫວຽດນາມ ​ໃນ​​ໄລຍະ​ດັ່ງກ່າວ. ​ທ່ານ​ນາງ Victoria Kwakwa, ຜູ້ອຳ​ນວຍ​ການ​ທະນາຄານ​ໂລກ​ປະຈຳ​ຫວຽດນາມ ຕີ​ລາຄາ​ວ່າ, ຫວຽດນາມ ​ເປັນ​ປະ​ເທດ​ທຳ​ອິດ​ຈັດ​ຕັ້ງ​ການ​ເຈລະຈາ​ລະດັບ​ຊາດ​ກ່ຽວ​ກັບ GEF ອາຍຸ​ການ​ທີ 6, ສະ​ນັ້ນ ຄວນ​ສຸມ​ໃສ່​ການ​ພັດທະນາ​​ເສດຖະກິດ​ໄປ​ຄຽງ​ຄູ່ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ທະນາຄານ​ໂລກ ຈະພ້ອມ​ກັບ GEF ໜູນ​ຊ່ວຍ​ຫວຽດນາມ ​ແກ້​ໄຂ​ບັນດາ​ບັນຫາ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ. ພິ​ເສດ​ແມ່ນ​ໜູນ​ຊ່ວຍ​ກ່ຽວ​ກັບ​ຍຸດ​ທະ​ສາດ, ນະ​ໂຍບາຍ ​ແນ​ໃສ່​ໜູນ​ຊ່ວຍ GEF ຫວຽດນາມ ກາຍ​ເປັນ​ອົງການ​ສຳຄັນ​ໃນ​ເວທີ​ປາ​ໄສ​ສິ່ງ​ແວດ​ລ້ອມ​ໂລກ.

        ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ​ເຈີ​ນຮົ່ງຮ່າ ​ໃຫ້​ຮູ້​ວ່າ: ຍາມ​ໃດ ຫວຽດນາມ ກໍ່​ຖື​ຍຸດ​ທະ​ສາດ​ການ​ເຕີບ​ໂຕ​ຂຽວ, ຄຸນະພາບ​ສິ່ງ​ແວດ​ລ້ອມ, ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ເປັນ​ສຳຄັນ. ຕາມ​ນັ້ນ​ແລ້ວ, ຫວຽດນາມ ຈະ​ສືບ​ຕໍ່​ພັດທະນາ​ໂຄງການ ດ້ວຍ 3 ​ເສົ້າ​ຄ້ຳ ລວມມີ; ນະ​​ໂຍບາຍ, ​ເພີ່ມ​ທະວີ​​ຊັບພະຍາກອນ​ມະນຸດ ​ແລະ ລະດົມ​ແຫຼ່ງຊັບພະຍາກອນ​ມະນຸດສ້າງ​ພື້ນຖານ​ຮັບປະກັນ​ລັກສະນະ​ໝັ້ນຄົງ​.

ຂ່າວ/ບົດ​ອື່ນ