ການ​ເຈ​ລະ​ຈາ​ລະ​ຫວ່າງ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາງນາຍົກລັດຖະມົນຕີ Viorica Dancila

(VOVWORLD) -  9 ໂມງ 30 ນາທີ, ວັນທີ 15 ເມສາ, ຕາມເວລາທ້ອງຖິ່ນ, ທີ່ສຳນັກງານລັດຖະບານ ຣູມານີ, ຢູ່ນະຄອນຫລວງ Bucharest, ທ່ານນາງນາຍົກລັດຖະມົນຕີ ຣູມານີ Viorica Dancila ໄດ້ເປັນເຈົ້າພາບພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຢ້ຽມຢາມ ຣູມານີ ຢ່າງເປັນທາງການ.

ການ​ເຈ​ລະ​ຈາ​ລະ​ຫວ່າງ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາງນາຍົກລັດຖະມົນຕີ Viorica Dancila  - ảnh 1 ທ່ານນາງນາຍົກລັດຖະມົນຕີ ຣູມານີ Viorica Dancila ໄດ້ເປັນເຈົ້າພາບພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ

ພາຍຫລັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາງນາຍົກລັດຖະມົນຕີ Viorica Dancila ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ 2 ປະເທດດຳເນີນການເຈລະຈາ.

          ທີ່ການເຈລະຈາ, ນາຍົກລັດຖະມົນຕີທັງສອງທ່ານໄດ້ເຫັນດີເພີ່ມທະວີີການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ, ຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍທີ່ມີພວມມີຢູ່ແລ້ວໃຫ້ມີປະສິດທິຜົນ; ຕັ້ງໜ້າກະກຽມໃຫ້ແກ່ການສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ຣູມານີ (1950 – 2020), ພ້ອມທັງມານະພະຍາຍາມສ້າງໂຄງການຮ່ວມມືດ້ານວັດທະນະທໍາ ໄລຍະ 2019-2020. ການນໍາສອງປະເທດໃຫ້ຄໍາໝັ້ນສັນຍາຊຸກຍູ້ການຮ່ວມມືສອງຝ່າຍໃນບັນດາເວທີປາໄສ ແລະ ອົງການຈັດຕັ້ງສາກົນ. ນາຍົກລັດຖະມົນຕີສອງທ່ານ ກໍໄດ້ຢັ້ງຢືນໃຫ້ເຫັນຄວາມສໍາຄັນຂອງການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບສໍາລັບການຮ່ວມມື ແລະ ພັດທະນາ, ແກ້ໄຂບັນດາຄວາມແຕກໂຕນ ແລະ ຂັດແຍ້ງກັນ ໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ກົດບັດ ສປຊ ແລະ ສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວນທະເລ ປີ 1982.    

        ພາຍຫຼັງສິ້ນສຸດການເຈລະຈາ, ນາຍົກລັດຖະມົນຕີທັງສອງທ່ານ ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່່ວຍຈໍາກ່ຽວກັບການຮ່ວມມືໃນຂົງເຂດກະສິກໍາ, ສັດຕະວະແພດ ແລະ ຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານ ລະຫວ່າງກະຊວງກະສິກໍາ - ພັດທະນາຊົນນະບົດຫວຽດນາມ ແລະ ກະຊວງກະສິກໍາ - ພັດທະນາຊົນນະບົດ ຣູມານີ, ອົງການຄວາມປອດໄພຫຼັກອະນາໄມດ້ານສະບຽງອາຫານ, ສັດຕະວະແພດແຫ່ງຊາດ  ຣູມານີ.

ຕໍ່ຈາກນັ້ນ, ທີ່ການພົບປະກັບສື່ມວນຊົນ, ທ່ານນາງ ນາຍົກລັດຖະມົນຕີ ຣູມານີ Viorica Dancila ຢັ້ງຢືນວ່່າ ການຢ້ຽມຢາມ ຣູມານີຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແມ່ນ ຄັ້ງປະຫວັດສາດໃນການພົວພັນສອງຝ່າຍ. ດ້ວຍບົດບາດເປັນປະທານສະຫະພາບເອີຣົບ (ອີຢູ), ຣູມານີ ສະໜັບສະໜູນເພື່ອມຸ່ງໄປສູ່ການລົງນາມ ແລະ ປະຕິບັດສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີຣົບ ແລະ ສັນຍາອາລັກຂາການລົງທຶນລະຫວ່າງຫວຽດນາມ - ສະຫະພາບເອີຣົບ ໂດຍໄວ.

        ສ່ວນທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່່າ:

        “ຫວຽດນາມ ປາດຖະໜາຢາກເຮັດໃຫ້ການພົວພັນຮ່ວມມືສອງຝ່າຍພັດທະນາຢ່າງເລິກເຊິ່ງກວ້າງຂວາງກວ່າ, ສອງປະເທດກາຍເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ມີປະສິດທິຜົນກວ່າອີກ. ທ່ານນາງນາຍົກລັດຖະມົນຕີ ຣູມານີ ແລະ ຂ້າພະເຈົ້າເຊື່ອໝັ້ນວ່າ ສັນຍາການຄ້າເສລີລະຫວ່່າງຫວຽດນາມ - ອີຢູ ແລະ ສັນຍາອາລັກຂາການລົງທຶນ ລະຫວ່າງຫວຽດນາມ - ອີຢູ ຈະເປີດກາລະໂອກາດອັນໃຫຍ່ຫຼວງ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນຢ່າງແຮງ, ຊຸກຍູ້ການພົວພັນລະຫວ່າງຫວຽດນາມ - ອີຢູເວົ້າລວມ ແລະ  ການພົວພັນລະຫວ່າງຫວຽດນາມ - ຣູມານີ ເວົ້າສະເພາະ ກ່ຽວກັບດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ”.

ນາຍົກລັດຖະມົນຕີສອງປະເທດເຫັນດີຈະມານະພະຍາຍາມເຊື່ອມຕໍ່ບັນດາວິສາຫະກິດສອງປະເທດ,ຊຸກຍູ້ການຮ່ວມມືໃນຂົງເຂດແຮງງານ ແລະ ຮັບປະກັນຊີວິດສັງຄົມ. 

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ