ການ​ເພີ່ມ​ທະວີ​ການ​ປະກົດ​ຕົວ​ຂອງ NATO ​ຢູ່​ໃກ້​ເຂດ​ຊາຍ​ແດນ ລັດ​ເຊຍ ​ແມ່ນ​ການ​ນາບ​ຂູ່​ຕໍ່​ຄວາມໝັ້້ນຄົງ

(VOVWORLD) -ທ່ານປະທານາທິບໍດີ V.Putin ຖະແຫຼງວ່າ ການເປີດກວ້າງການມີໜ້າຂອງ NATO ແລະ ພັດທະນາພື້ນຖານໂຄງລ່າງດ້ານການທະຫານຂອງອົງການນີ້ ຢູ່ໃກ້ເຂດຊາຍແດນຂອງລັດເຊຍ ແມ່ນການນາບຂູ່ຕໍ່ຄວາມໝັ້ນຄົງ.
ການ​ເພີ່ມ​ທະວີ​ການ​ປະກົດ​ຕົວ​ຂອງ NATO ​ຢູ່​ໃກ້​ເຂດ​ຊາຍ​ແດນ ລັດ​ເຊຍ ​ແມ່ນ​ການ​ນາບ​ຂູ່​ຕໍ່​ຄວາມໝັ້້ນຄົງ - ảnh 1ທ່ານປະທານາທິບໍດີ V.Putin (ພາບ: TTXVN) 

        ວັນທີ 3 ທັນວາ, ກ່າວຄໍາເຫັນໃນກອງປະຊຸມກ່ຽວກັບການພັດທະນາກອງທັບເຮືອ, ທ່ານປະທານາທິບໍດີ V.Putin ຖະແຫຼງວ່າ ການເປີດກວ້າງການມີໜ້າຂອງ NATO ແລະ ພັດທະນາພື້ນຖານໂຄງລ່າງດ້ານການທະຫານຂອງອົງການນີ້ ຢູ່ໃກ້ເຂດຊາຍແດນຂອງລັດເຊຍ ແມ່ນການນາບຂູ່ຕໍ່ຄວາມໝັ້ນຄົງ. ດັ່ງນັ້ນ, ກອງທັບ ແລະ ທະຫານເຮືອລັດເຊຍ ຄວນໄດ້ຮັບການປະກອບຄືນໃໝ່ຢ່າງແຮງ.

        ກ່າວຄໍາເຫັນໃນກອງປະຊຸມປຶກສາຫາລືກ່ຽວກັບການພັດທະນາກອງທັບເຮືອລັດເຊຍ, ທີ່ໄດ້ດໍາເນີນຢູ່ນະຄອນ Sochi, ທ່ານ Putin ຖະແຫຼງວ່າ, ລັດເຊຍ ຖືການເປີດກວ້າງ NATO ແລະ ການເຕົ້າໂຮມກອງທັບຂອງບັນດາປະເທດໃນອົງການນີ້ຢູ່ຊາຍແດນຂອງປະເທດນີ້ ແມ່ນໄພນາບຂູ່ຕໍ່ຄວາມໝັ້້ນຄົງ. ນີ້ກໍແມ່ນສາເຫດທີ່ກອງທັບ ແລະ ທະຫານເຮືອລັດເຊຍ ພວມໄດ້ຮັບການປະກອບອາວຸດຄືນໃໝ່ຢ່າງແຮງ.

        ແອັງຕູ໊, ນັກຂ່າວ VOV ປະຈໍາ ລັດເຊຍ


ຕອບກັບ

ຂ່າວ/ບົດ​ອື່ນ