ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ 2024: ທ່ານ Donald Trump ຮຽກ​ຮ້ອງ​ຄວາມ​ສາ​ມັກ​ຄີ​ພາຍຫຼັງ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ວັນ​ທີ 5 ມີ​ນາ

(VOVWORLD) - ໄຊຊະນະຢ່າງຂາດຂັ້ນໃນວັນເລືອກຕັ້ງສຳຄັນນີ້ ໄດ້ຊ່ວຍໃຫ້ທ່ານ Trump ຍາດໄດ້ຈຳນວນບັດສະໜັບສະໜູນຈາກຜູ້ແທນເພີ່ມຂຶ້ນ 1.015 ຄົນ, ຫຍັບມໍ່ໃກ້ກັບ ຕົວເລກ 1.215 ບັດ ຕາມຂໍ້ກຳນົດ ເພື່ອກາຍເປັນຜູ້ສະໝັກເລືອກຕັ້ງຕາງໜ້າໃຫ້ພັກສາທາລະນະ.
ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ 2024: ທ່ານ Donald Trump ຮຽກ​ຮ້ອງ​ຄວາມ​ສາ​ມັກ​ຄີ​ພາຍຫຼັງ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ວັນ​ທີ 5 ມີ​ນາ - ảnh 1ທ່ານອະດີດປະທານາທິບໍດີ ອາເມລິກາ Donald Trump ມີບົດກ່າວປາໄສ ໃນວັນທີ 5/3/2024 (ພາບ: AFP/TTXVN)

ວັນທີ 6 ມີນາ, ຢູ່ເຂດ ຣີສອດ (resort) Maralago ຢູ່ Florida ທ່ານອະດີດປະທານາທິບໍດີ ອາເມລິກາ Donald Trump ໄດ້ມີບົດກ່າວປາໄສສົ່ງເຖິງຜູ້ມີສິດເລືອກຕັ້ງ ພາຍຫຼັງທີ່ທ່ານຍາດໄດ້ໄຊຊະນະຢ່າງຂາດຂັ້ນໃນການເລືອກຕັ້ງເບື້ອງຕົ້ນ ໃນວັນທີ 5 ມີນາ ຂອງພັກສາທາລະນະ. ທ່ານ Trump ໄດ້ຝາກຄຳຂອບໃຈເຖິງບຸກຄົນທີ່ໃຫ້ການສະໜັບສະໜູນ ແລະ ເອີ້ນວ່າ ນີ້ແມ່ນໄຊຊະນະທີ່ໃຫຍ່ຫຼວງ; ພ້ອມທັງຮຽກຮ້ອງພັກສາທາລະນະ ແລະ ປະເທດ ອາເມລິກາ ຈົ່ງສາມັກຄີກັນ ແລະ ຢ້ຳຄືນບາງຜົນສຳເລັດໃນອາຍຸການເປັນປະທານາທິບໍດີທຳອິດຂອງຕົນ (ໄລຍະ 2016 – 2020) ແລະ ສະແດງບາງທັດສະນະກ່ຽວກັບແນວທາງການພົວພັນພາຍໃນ ແລະ ພົວພັນຕ່າງປະເທດ. ທ່ານໃຫ້ຄຳໝັ້ນສັນຍາວ່າ ຖ້າໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີຄືນໃໝ່, ທ່ານຈະນຳພາປະເທດ ອາເມລິກາ ກັບໄປຍິ່ງໃຫຍ່ຄືນໃໝ່ ນັບທັງຢູ່ພາຍໃນປະເທດ ກໍຄືໃນເວທີປາໄສສາກົນ.

        ໄຊຊະນະຢ່າງຂາດຂັ້ນໃນວັນເລືອກຕັ້ງສຳຄັນນີ້ ໄດ້ຊ່ວຍໃຫ້ທ່ານ Trump ຍາດໄດ້ຈຳນວນບັດສະໜັບສະໜູນຈາກຜູ້ແທນເພີ່ມຂຶ້ນ 1.015 ຄົນ, ຫຍັບມໍ່ໃກ້ກັບ ຕົວເລກ 1.215 ບັດ ຕາມຂໍ້ກຳນົດ ເພື່ອກາຍເປັນຜູ້ສະໝັກເລືອກຕັ້ງຕາງໜ້າໃຫ້ພັກສາທາລະນະ.

ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ