ການເລືອກຕັ້ງຂັ້ນຕາແສງຢູ່ກຳປູເຈຍ: ຄະນະກຳມະການເລືອກຕັ້ງຢັ້ງຢືນພັກ CPP ໄດ້ຮັບໄຊຊະນະ

(VOVWORLD) -ວັນທີ 05 ມິຖຸນາ, ຄະນະກຳມະການເລືອກຕັ້ງແຫ່ງຊາດກຳປູເຈຍ (NEC) ໄດ້ແຈ້ງໝາກຜົນການເລືອກຕັ້ງໃນເບື້ອງຕົ້ນຢູ່ກວ່າ 1.640 ຕາແສງ, ພາຍຫຼັງການເລືອກຕັ້ງໄດ້ດຳເນີນກ່ອນໜ້ານັ້ນ 1 ວັນ. ພັກປະຊາຊົນກຳປູເຈຍ (CPP) ກຳອຳນາດພວມນຳໜ້າ, ພັກຝ່າຍຄ້ານ CNRP ຢືນອັນດັບທີ 2.

ການເລືອກຕັ້ງຂັ້ນຕາແສງຢູ່ກຳປູເຈຍ: ຄະນະກຳມະການເລືອກຕັ້ງຢັ້ງຢືນພັກ CPP ໄດ້ຮັບໄຊຊະນະ - ảnh 1 ຄະນະກຳມະການເລືອກຕັ້ງຢັ້ງຢືນພັກ CPP ໄດ້ຮັບໄຊຊະນະ

(ພາບປະກອບ: EPA/TTXVN)

ຜ່ານ Facebook ສ່ວນຕົວຂອງຕົນ, ປະທານ ພັກ CPP, ທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Techo Hun Sen ແລະ ທ່ານປະທານພັກ CNRP Kem Soha ໄດ້ຂອບໃຈຜູ້ມີສິດເລືອກຕັ້ງທີ່ໄດ້ເຂົ້າຮ່ວມການປ່ອນບັດໃນຄັ້ງນີ້. ຕາມບັນດາອົງການຕິດຕາມກາມເລືອກຢູ່ພາຍໃນ ແລະ ຕ່າງປະເທດ, ການເລືອກຕັ້ງຖືກດຳເນີນໄປດ້ວຍດີ, ມີຄວາມປອດໄພ ແລະ ບໍ່ເກີດການໃຊ້ຄວາມຮຸນແຮງ.

        ພາຍຫຼັງໝາກຜົນໃນເບື້ອງຕົ້ນໄດ້ຕິດປະກາດຢູ່ບັນດາສຳນັກງານຄະນະກຳມະການເລືອກຕັ້ງຂັ້ນຕາແສງເພື່ອໃຫ້ບັນດາພັກເຂົ້າຮ່ວມການຫາສຽງເລືອກຕັ້ງດຳເນີນການກວດກາ, ສົມທຽບ ແລະ ຮ້ອງທຸກຖ້າມີບັນຫາ. ຄາດວ່າ, ວັນທີ 25 ມິຖຸນາ, NEC ຈະປະກາດໝາກຜົນຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ