ການເລືອກຕັ້ງຢູ່ ໄທ: ຜູ້ມີສິດເລືອກຕັ້ງກວ່າ 2,3 ລ້ານຄົນໄປປ່ອນບັດກ່ອນກຳນົດເວລາ

(VOVWORLD) - ຢູ່ນະຄອນຫຼວງ ບາງກອກ, ຈຳນວນຜູ້ມີສິດເລືອກຕັ້ງຈົດທະບຽນປ່ອນບັດກ່ອນກຳນົດເວລາແມ່ນກວ່າ 800.000 ຄົນ.
ການເລືອກຕັ້ງຢູ່ ໄທ: ຜູ້ມີສິດເລືອກຕັ້ງກວ່າ 2,3 ລ້ານຄົນໄປປ່ອນບັດກ່ອນກຳນົດເວລາ - ảnh 1ຜູ້ມີສິດເລືອກຕັ້ງຈົດທະບຽນປ່ອນບັດກ່ອນກຳນົດເວລາ
(ພາບ: TTXVN)

ວັນທີ 07 ພຶດສະພາ, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ ໄທ ເກືອບ 2,3 ລ້ານຄົນໄດ້ໄປປ່ອນບັດ ເພື່ອເລືອກຕັ້ງສະພາຜູ້ແທນລາຊະດອນຊຸດໃໝ່. ຄະນະກຳມະການເລືອກຕັ້ງ ໄທ (EC) ອະນຸຍາດໃຫ້ບັນດາຜູ້ມີສິດເລືອກຕັ້ງບໍ່ສາມາດປະຕິບັດສິດພົນລະເມືອງຂອງຕົນໄປປ່ອນບັດກ່ອນກຳນົດເວລາທີ່ຈະຈັດວັນເລືອກຕັ້ງທົ່ວປະເທດໃນວັນທີ 14 ພຶດສະພາ.

ຢູ່ນະຄອນຫຼວງ ບາງກອກ, ຈຳນວນຜູ້ມີສິດເລືອກຕັ້ງຈົດທະບຽນປ່ອນບັດກ່ອນກຳນົດເວລາແມ່ນກວ່າ 800.000 ຄົນ. ບັນດາສະຖານທີ່ປ່ອນບັດໄດ້ປິດປະຕູໃນເວລາ 17 ໂມງຂອງວັນດຽວກັນ. ຕາມຮອງຫົວໜ້າຫ້ອງການຕຳຫຼວດ ບາງກອກ ແລ້ວ, ມີຕຳຫຼວດກວ່າ 3.000 ຄົນໄດ້ຜັນຂະຫຍາຍຢູ່ສະຖານທີ່ປ່ອນບັດທຸກແຫ່ງຢູ່ ບາງກອກ ເພື່ອຮັບປະກັນຄວາມປອດໄພ, ຄວາມສະຫງົບໃຫ້ແກ່ການເລືອກຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ