ການເລືອກຕັ້ງສະພາສູງກຳປູເຈຍ: ພັກການເມືອງຕ່າງໆໄດ້ເລີ່ມຕົ້ນບັ້ນຂົນຂວາຍຫາສຽງເລືອກຕັ້ງ

(VOVWORLD) - ໂດຍມຸ່ງໄປເຖິງການເລືອກຕັ້ງສະພາສູງກຳປູເຈຍ ຊຸດທີ V,ວັນທີ10ກຸມພາ,ພັກການເມືອງ ທີ່ມີຜູ້ອອກສະໝັກຮັບເລືອກຕັ້ງ ໄດ້ເລີ່ມຕົ້ນບັ້ນຂົນຂວາຍຫາສຽງເລືອກຕັ້ງຢ່າງເປັນທາງການ. ການເລືອກຕັ້ງຄາດວ່າຈະດຳເນີນໃນວັນທີ 25 ກຸມພາຈະມາເຖິງ.

ການເລືອກຕັ້ງສະພາສູງກຳປູເຈຍ: ພັກການເມືອງຕ່າງໆໄດ້ເລີ່ມຕົ້ນບັ້ນຂົນຂວາຍຫາສຽງເລືອກຕັ້ງ - ảnh 1ການເຄື່ອນໄຫວຫາສຽງເລືອກຕັ້ງຂອງພັກ CPP (ພາບ: TTXVN)

ໃນວັນທຳອິດຂອງບັ້ນຂົນຂວາຍຫາສຽງເລືອກຕັ້ງ, ບັນດາການເຄື່ອນໄຫວເຕົ້າໂຮມ, ເຊີດຊູກຳລັງ,ແຫ່ຂະບວນໂຄສະນາຂົນຂວາຍຫາສຽງເລືອກຕັ້ງ ໄດ້ດຳເນີນຢູ່ນະຄອນຫຼວງ ພະນົມເປັນແລະ ຫຼາຍທ້ອງຖິ່ນ,ສ່ວນຫຼາຍແມ່ນພັກປະຊາຊົນກຳປູເຈຍ(CPP)ກຳອຳນາດ .

ບົດລາຍງານການອັບເດັດຂອງຄະນະກຳມະການເລືອກຕັ້ງແຫ່ງຊາດ ກຳປູເຈຍ (NEC) ໄດ້ຢັ້ງຢືນວ່າ ໃນມື້ທຳອິດຂອງບັ້ນຂົນຂວາຍການຫາສຽງເລືອກຕັ້ງ,ມີພຽງແຕ່ພັກ CPP ໄດ້ຈັດຕັ້ງການເຄື່ອນໄຫວເດີນຂະບວນທີ່ມີການເຂົ້າຮ່ວມຂອງປະຊາຊົນເປັນຈຳນວນຫຼາຍ ຢູ່ 7 ຫົວໜ່ວຍອຳນາດການປົກຄອງຂັ້ນແຂວງ ຢູ່ 5/8ເຂດເລືອກຕັ້ງ.

ໃນຂະນະນັ້ນ, ພັກເຈດຈຳນົງ ຂະແມ ໄດ້ຈັດການເຄື່ອນໄຫວເຕົ້າໂຮມກຳລັງ, ໃຊ້ໂທລະໂຄ່ງໂຄສະນາຢູ່ສຳນັກງານພັກ,ສະຖານທີ່ຕ່າງໆແລະ ຄອບຄົວຂອງສະມາຊິກພັກ.ສອງພັກກ່ອນຍັງເຫຼືອແມ່ນ ພັກ FUNCINPEC ແລະ ພັກ ກຳລັງຊົນຊາດ ຍັງບໍ່ທັນດຳເນີນການເຄື່ອນໄຫວຂົນຂວາຍຫາສຽງເລືອກຕັ້ງໃດ.

ຕອບກັບ

ຂ່າວ/ບົດ​ອື່ນ