ການ​ແຂ່ງ​ຂັນ​ລົດ​ຖີບ ມິດ​ຕະ​ພາບ ສາມ​ປະ​ເທດ ກຳ​ປູ​ເຈຍ - ລາວ - ຫວຽດ​ນາມ​ຄັ້ງ​ທີໜຶ່ງ

(VOVWORLD) - ການແຂ່ງຂັນມີນັກກິລາ 45 ຄົນທີ່ມາຈາກ ກຳປູເຈຍ, ລາວ, ຫວຽດນາມ ແບ່ງປັນ 9 ທິມ, ແຕ່ລະປະເທດຈະມີ 3 ທິມ, ແຕ່ລະທິມມີນັກກິລາ 5 ຄົນ. ໄລຍະທາງ ການແຂ່ງຂັນ ດ້ວຍຄວາມຍາວ 35,2 ກີໂລແມັດ. 
ການ​ແຂ່ງ​ຂັນ​ລົດ​ຖີບ ມິດ​ຕະ​ພາບ ສາມ​ປະ​ເທດ ກຳ​ປູ​ເຈຍ - ລາວ - ຫວຽດ​ນາມ​ຄັ້ງ​ທີໜຶ່ງ - ảnh 1ການແຂ່ງຂັນມີການເຂົ້າຮ່ວມຂອງ ນັກກິລາ 45 ຄົນທີ່ມາຈາກ ສາມປະເທດ ກຳປູເຈຍ - ລາວ - ຫວຽດນາມ (ພາບ: VOV)

ໃນຂອບເຂດກອງປະຊຸມສຸດຍອດສະພາແຫ່ງຊາດສາມປະເທດ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 1 ທີ່ໄດ້ດຳເນີນຢູ່ລາວໃນລະຫວ່າງວັນທີ 4 – 7 ທັນວາ, ຕອນເຊົ້າວັນທີ 6 ທັນວາ, ສະພາແຫ່ງຊາດ ລາວ ໄດ້ຈັດການແຂ່ງຂັນລົດຖີບມິດຕະພາບ ສາມປະເທດ ກຳປູເຈຍ - ລາວ - ຫວຽດນາມ ຢູ່ເດີນທາດຫຼວງ.

ການແຂ່ງຂັນມີນັກກິລາ 45 ຄົນທີ່ມາຈາກ ກຳປູເຈຍ, ລາວ, ຫວຽດນາມ ແບ່ງປັນ 9 ທິມ, ແຕ່ລະປະເທດຈະມີ 3 ທິມ, ແຕ່ລະທິມມີນັກກິລາ 5 ຄົນ. ໄລຍະທາງ ການແຂ່ງຂັນ ດ້ວຍຄວາມຍາວ 35,2 ກີໂລແມັດ. ຄະນະນັກກິລາ ຫວຽດນາມ ເຂົ້າຮ່ວມການແຂ່ງຂັນລວມມີບັນດານັກກິລາ ທີ່ມາຈາກທິມລົບຖີບໜຸ່ມແຫ່ງຊາດ ແລະ 2 ທິມລົດຖີບບໍ່ສະໝັກຫຼິ້ນ ທີ່ໄດ້ຄັດເລືອກຈາກສະມາຊິກສະມາຄົມລົດຖີບກິລາ ເຊື່ອມຕໍ່ວົງແຂນ ທາງທິດເໜືອ ກ່ວາ 1500 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ