ການແຫ່ຂະບວນປະທ້ວງຫລາຍຄັ້ງຢູ່ ເຊອູນ ສະໜັບສະໜູນ ແລະ ຄັດຄ້ານທ່ານນາງ Park Geun – hye

ການແຫ່ຂະບວນປະທ້ວງຫລາຍຄັ້ງຢູ່ ເຊອູນ ສະໜັບສະໜູນ ແລະ ຄັດຄ້ານທ່ານນາງ Park Geun – hye - ảnh 1
ການແຫ່​ຂະ​ບວນປະ​ທ້ວງ​ຢູ່​ນະຄອນ​ຫລວງ ​ເຊ​ອູ​ນ
(ພາບ: TTXVN)

(vovworld)- ວັນ​ທີ 11/03 ປະຊາຊົນນັບ​ພັນ​ຄົນ​ຢູ່​ທັງ 2 ຝ່າຍ​ສະໜັບສະໜູນ ​ແລະ ຄັດຄ້ານ​ທ່ານ​ນາງ​ປະທານາທິບໍດີ​ຖືກ​ປົດ​ຕຳ​ແໜ່​ງ Park Geun – hye ​ໄດ​້​ລົງ​ຖະໜົນ​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ນະຄອນ​ຫລວງ ​ເຊ​ອູ​ນ ສ.​ເກົາຫຼີ. ຝ່າຍ​ຄັດຄ້ານທ່ານ​ນາງ Park Geun – hye ​ໄດ້​ດຳ​ເນີນ​ການ​ແຫ່​ຂະ​ບວນປະ​ທ້ວງ​ຄັ້ງ​ທີ 20 ​ແລະ ກໍ່​ແມ່ນ​ຄັ້ງ​ສຸດ​ທ້າຍ​ຢູ່ສະໜາມ​ຫລວງ Gwanghwamun ຢູ່​ໃຈກາງ​ນະຄອນຫລວງ ​ເຊ​ອູ​ນ, ພາຍຫລັງ 5 ​ເດືອນ​ທີ​່ດຳ​ເນີນ​ການ​ແຫ່​ຂະ​ບວນປະ​ທ້ວງ​ປະຈຳ​ອາທິດ. ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຮຽກຮ້ອງ​ໃຫ້​ຈັບ​ຕົວ​ທ່ານ​ນາງ Park Geun – hye, ພ້ອມ​ທັງຮຽກຮ້ອງປົດ​ຕຳ​ແໜ່​ງຜູ້​ຮັກສາ​ການ​ປະທານາທິບໍດີ ທ່ານ Hwang Kyo – ahn, ຜູ້​ທີ່​ມີ​ບົດບາດ​ຕົ້ນຕໍ ​ໃນ​ອຳນາດ​ການ​ປົກຄອງ​ປະທານາທິບໍດີ​ຫາ​ກໍ່​ຖືກ​ປົດ​ຕຳ​ແໜ່​ງ ​ແລະ ປະຕິ​ເສດ​​ເລື່ອງແກ່ຍາວການ​ສຳ​ຫລວດ​ກວດກາສຳລັບ​ເຫດການ​ປັນ​ປວນການ​ເມືອງ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ