ການ​ແຫ່​ຂະ​ບວນ​ປະ​ທ້ວງ​ເກີດ​ຂຶ້​ນ ພາຍຫຼັງ​ທີ່ສະ​ພາ​ແຫ່ງ​ຊາດ ອິດ​ສະ​ຣາ​ແອັນ ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ທີ່​ກໍ່​ຄວາມ​ໂຕ້ຖຽງ​ກັນ

(VOVWORLD) - ຜູ້ແຫ່ຂະບວນປະທ້ວງໄດ້ກັ້ນຂວາງບໍ່ໃຫ້ຍານພາຫະນະຄົມມະນາຄົມສັນຈອນໄປມາໃນຖະໜົນໃຫຍ່ສາຍຕ່າງໆຂອງບັນດານະຄອນຄື Tel Aviv, Jerusalem, Haifa… ພ້ອມທັງຈັດຕັ້ງການເຕົ້າໂຮມ ແລະ ແຫ່ຂະບວນປະທ້ວງຢູ່ຫຼາຍສະຖານທີ່ແຕກຕ່າງກັນ.
ການ​ແຫ່​ຂະ​ບວນ​ປະ​ທ້ວງ​ເກີດ​ຂຶ້​ນ ພາຍຫຼັງ​ທີ່ສະ​ພາ​ແຫ່ງ​ຊາດ ອິດ​ສະ​ຣາ​ແອັນ ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ທີ່​ກໍ່​ຄວາມ​ໂຕ້ຖຽງ​ກັນ - ảnh 1ປະຊາຊົນຈັດການແຫ່ຂະບວນປະທ້ວງຢູ່ Tel Aviv ໃນວັນທີ 8/7/2023 (ພາບ: AFP/TTXVN)

ວັນທີ 11 ກໍລະກົດ, ສະພາແຫ່ງຊາດ ອິດສະຣາແອັນ ໄດ້ເຫັນດີເປັນເອກະພາບຮັບຮອງເອົາຮ່າງກົດໝາຍວ່າດ້ວຍການປົດສິດຂອງສານສູງສຸດທີ່ແຊກແຊງເຂົ້າໃນບັນດານະໂຍບາຍຊີ້ຂາດຂອງລັດຖະບານ.  ນີ້ແມ່ນເນື້ອໃນຫຼັກແຫຼ່ງແກ່ນສານຂອງການປະຕິຮູບ ໂດຍລັດຖະບານປະສົມຂອງທ່ານນາຍົກລັດຖະມົນຕີ Benjamin Netanyahu ຊຸກຍູ້.

ພາຍຫຼັງທີ່ຮ່າງກົດໝາຍໄດ້ຮັບການຮັບຮອງເອົາ, ປະຊາຊົນ ອິດສະຣາແອັນ ຢູ່ບັນດານະຄອນໃຫຍ່ ໄດ້ລົງຖະໜົນ ແລະ ຮຽກຮ້ອງດຳເນີນການແຫ່ຂະບວນປະທ້ວງໃຫຍ່ທີ່ສຸດໃນທົ່ວປະເທດ. ຜູ້ແຫ່ຂະບວນປະທ້ວງໄດ້ກັ້ນຂວາງບໍ່ໃຫ້ຍານພາຫະນະຄົມມະນາຄົມສັນຈອນໄປມາໃນຖະໜົນໃຫຍ່ສາຍຕ່າງໆຂອງບັນດານະຄອນຄື Tel Aviv, Jerusalem, Haifa… ພ້ອມທັງຈັດຕັ້ງການເຕົ້າໂຮມ ແລະ ແຫ່ຂະບວນປະທ້ວງຢູ່ຫຼາຍສະຖານທີ່ແຕກຕ່າງກັນ. ໃນສື່ສັງຄົມອອນໄລ Twitter, ການນຳຝ່າຍຄ້ານ Benny Gantz ຮຽກຮ້ອງໃຫ້ບຸກຄົນທີ່ຄັດຄ້າຍຮ່າງກົດໝາຍປະຕິຮູບຕຸລາການຂອງລັດຖະບານ ເຂົ້າຮ່ວມການແຫ່ຂະບວນປະທ້ວງ ແຕ່ຕ້ອງປະຕິບັດຕາມກົດໝາຍ ແລະ ການຊີ້ນຳຂອງຕຳຫຼວດ.  

ຕອບກັບ

ຂ່າວ/ບົດ​ອື່ນ