ການໂຕ້ວາທີລະຫວ່າງ 2 ຜູ້ສະໝັກເລືອກຕັ້ງ ເປັນປະທານາທິບໍດີ ອາເມລິກາ ປີ 2012

ການໂຕ້ວາທີລະຫວ່າງ 2 ຜູ້ສະໝັກເລືອກຕັ້ງ ເປັນປະທານາທິບໍດີ ອາເມລິກາ ປີ 2012 - ảnh 1
ປະທາ​ນາ​ທິບໍດີອາ​ເມ​ລິ​ກາ ທ່ານ Barac Obama ​ແລະ ຄູ່​ແຂ່ງ​ສັງກັດ​ພັກສາ​ທາ​ລະນະ​ລັດ ທ່ານ Mitt Romney (ພາບ: internet)


Vovworld- ໃນ​ຕອນ​ຄ່ຳ​ວັນ​ທີ 3/10(ຕາມ​ເວລາ​ທ້ອງ​ຖິ່ນ) ກົງ​ກັບ​ຕອນ​ເຊົ້າວັນ​ທີ 4/10(ຕາມ​ເວລາ ຫວຽດນາມ) , ປະທາ​ນາ​ທິບໍດີອາ​ເມ​ລິ​ກາ ທ່ານ Barac Obama ​ແລະ ຄູ່​ແຂ່ງ​ສັງກັດ​ພັກສາ​ທາ​ລະນະ​ລັດ ທ່ານ Mitt Romney  ​ໄດ້​ກ້າວ​ເຂົ້າ​ສູ່​ການ​ໂຕ້​ວາທີ​ຄັ້ງ​ທຳ​ອິດ​ ​ໃນ​ການ​ໂຕ້​ວາທີ 3 ຄັ້ງ​ຖືກ​ຖ່າຍ​ທອດ​ສົດ​ທາງ​ໂທລະພາບ. ການ​ໂຕ້​ວາທີ​ແມ່ນ​ແກ່ຍາວ 90 ນາທີ, ​ໃນ​ນັ້ນ​ເລັ່ງ​ໃສ່ 3 ​ເນື້ອ​ໃນ​ຕົ້ນຕໍ ຊຶ່ງ​ລວມມີ​ເສດຖະກິດ, ວຽກ​ງານ​ສຸຂະ​ພິບານ, ບົດບາດ ​ແລະ ການຄຸ້ມ​ຄອງຂອງລັດຖະບານ. ຫົວ​ເລື່ອງ​ເສດຖະກິດແມ່ນ     ບັນຫາຖືກໂຕ້ແຍ້ງກັນຢ່າງ ຮຸນແຮງທີ່​ສຸດ. ປະທາ​ນາ​ທິບໍດີອາ​ເມ​ລິ​ກາ  Barac Obama ​ໄດ້ຍອມຮັບ​ອັດຕາ​ໄພ​ວາງ​ງານ​ກ່ວາ​ 8% ​ແມ່ນ​ສູງ​ແລ້ວ, ​ແຕ່​ທ່ານ​ໄດ້​ຖິ້ມ​ໂທດ​ສ່ວນ​ຫຼາຍ​ໃສ່​ອຳນາດ​ການ​ປົກຄອງ​ສະ​ໄໝ​ກ່ອນ​ຊຶ່ງ​ໄດ້​ເຮັດ​ໃຫ້ອາ​ເມ​ລິ​ກາ​ຕົກ​ເຂົ້າ​ສູ່​ວິ​ກິດ​ການ​ທີ່​ຮ້າຍ​ແຮງ​ທີ່​ສຸດ. ທ່ານ Mitt Romney ຖື​ວ່າ ອຳນາດ​ການ​ປົກຄອງປະທາ​ນາ​ທິບໍດີອາ​ເມ​ລິ​ກາ  Barac Obama​ ຖືກ​ປະລາ​ໄຊ​ໃນ​ບັນດາ​ນະ​ໂຍບາຍ​ເສດຖະກິດ ອັນ​ໄດ້​ໃຫ້​ຄົນ​ງານ​ນັບ​ແສນ​ຄົນ​ຖືກ​ວາງ​ງານ​ໃນ 4 ປີ ທີ່​ຜ່ານ​ມາ. ປະທາ​ນາ​ທິບໍດີອາ​ເມ​ລິ​ກາ  Barac Obama ​ໄດ້​ປະຕິ​ເສດ​ຕໍ່​ການ​ກ່າວ​ຫາ​ຂອງ ທ່ານ Mitt Romney ທີ່​ເວົ້າ​ວ່າ ການ​ຫຼຸດຜ່ອນ​ງົບປະມານ​ຈະ​ເຮັດ​ໃຫ້​ກອງທັບ​ອ່ອນ​ແອ​ລົງ, ປະທາ​ນາ​ທິບໍດີອາ​ເມ​ລິ​ກາ  Barac Obama ​ໄດ້​ກຳນົດ​ວ່າ ນີ້​ແມ່ນ​ມາດ​ຕະການ​ຊ່ວຍດຸນດຽງ ງົບປະມານ, ທັງແມ່ນວິທີການເພື່ອບໍ່ຄວນເພີ່ມອັດຕາພາສີອາກອນ ສຳລັບຊົນ​ຊັ້ນ​ກາງ​ໃນ​ສັງຄົມ ​ແລະ ບັນດາ​ກຸ​່ມບໍລິສັດ. ການ​ໂຕ້​ວາທີດັ່ງກ່າວ ຖືກ​ດຳ​ເນີນ​ພາຍຫຼັງ​ໄດ້​ປະກາດໝາກຜົນ​ແຫ່ງ​ການ​ຢັ່ງ​ຫາງ​ສຽງຊຶ່ງ​ໃຫ້​ຮູ້​ວ່າ ​ເຖິງ​ວ່າ ປະທາ​ນາ​ທິບໍດີອາ​ເມ​ລິ​ກາ  Barac Obama ພວມ​ນຳ​ໜ້າ​ຕໍ່​ຄູ່​ແຂ່ງ​ກໍ​ຕາມ, ​ແຕ່ ທ່ານ Mitt Romney ​ໄດ້​ສາມາດ​ຮັດ​ແຄບ​ໄລຍະ​ຫ່າງ​ຂອງ​ຄວາມ​ຜິດ​ໂຕນ​ກັນ​ລົງ​ສ່ວນ​ໃດ​ສວ່ນໜຶ່ງ​ແລ້ວ.

ຂ່າວ/ບົດ​ອື່ນ