ການ​ໂອ້​ລົມ​​​ທາງ​ອອນ​ລາຍ​ຂອງລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ-ອິນ​ເດຍ

(VOVWORLD) - ຕອນບ່າຍວັນທີ 27 ພະຈິກ, ທ່ານໂງຊັວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໂອ້ລົມທາງອອນລາຍກັບທ່ານ Rajnath Singh, ລັດຖະມົນຕີກະຊວງປ້ອງກັນປະເທດອິນເດຍ.
ການ​ໂອ້​ລົມ​​​ທາງ​ອອນ​ລາຍ​ຂອງລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ-ອິນ​ເດຍ - ảnh 1

ການໂອ້ລົມທີ່ສະຖານທີ່ຢູ່ຮ່າໂນ້ຍ (ພາບ: Văn Hiếu/qdnd.vn)

  ລັດຖະມົນຕີສອງທ່ານ ໄດ້ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງສອງຝ່າຍ ໃນການແກ້ໄຂຜົນສະທ້ອນຂອງໂລກລະບາດ, ຜັນຂະຫຍາຍບັນດາເນື້ອໃນຮ່ວມມືດ້ານປ້ອງກັນຊາດສອງຝ່າຍປີ 2020 ຢ່າງມີປະສິດທິຜົນ, ເຫັນດີເປັນເອກະສັນຈະຜັນຂະຫຍາຍ ບັນດາເນື້ອໃນຮ່ວມມືດ້ານປ້ອງກັນຊາດສອງຝ່່າຍໃນທັນທີ ພາຍຫຼັງໂລກລະບາດໂຄສິດ 19 ໄດ້ຮັບການຄວບຄຸມໂດຍໄວ.

   ທ່ານພົນເອກໂງຊັວນລິກ ໄດ້ຂອບອົກຂນວບໃຈອິນເດຍ ທີ່ໄດ້ສະໜັບສະໜູນ ແລະ ສົມທົບກັນເປັນຢ່າງດີ ໃນປີ ຫວຽດນາມ ຮັບບົດບາດປະທານອາຊຽນ 2020 ແລະ ກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021; ພິເສດ ໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດອາຊຽນເປີດກ້ວາງ (ADMM+). ພາຍຫຼັງການໂອ້ລົມທາງອອນຍລາຍ, ລັດຖະມົນຕີສອງທ່ານ ໄດ້ເປັນສັກຂີພິຍານພິທີລົງນາມ ໃນຂໍ້ຕົກລົງວ່າດ້ວຍການຜັນຂະຫຍາຍການຮ່ວມມືໃນຂົງເຂດວັດແທກທາງນ້ຳ ລະຫວ່າງຄະນະກຳມະການວັດແທກທາງນ້ຳ ຫວຽດນາມ ແລະ ອົງການວັດແທກທາງນ້ຳແຫ່ງຊາດອິນເດຍ

ຕອບກັບ

ຂ່າວ/ບົດ​ອື່ນ