ການ​ໂອ​້​ລົມ​ທາງ​ໂທ​ລະ​ສັບ​ລະ​ຫວ່າງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ-ຝະ​ລັ່ງ

(VOVWORLD) - ປະທານາທິບໍດີອາເມລິກາ Joe Biden ສະແດງຄວາມປາດຖະໜາວ່າພວມລໍຖ້າການພົບປະກັບປະທານາທິບໍດີ Emmanuel Macron ທີ່ກອງປະຊຸມສຸດຍອດ G20.

  ວັນທີ 22 ຕຸລາ, ປະທານາທິບໍດີອາເມລິກາ Joe Biden ແລະ ປະທານາທິບໍດີຝະລັ່ງ Emmanuel Macron ໄດ້ດຳເນີນການໂອ້ລົມທາງໂທລະສັບ. ສອງຝ່າຍໄດ້ແລກປ່ຽນຫຼາຍຫົວເລື່ອງໃນການພົວພັນສອງຝ່າຍ ແລະ ສາກົນ ລວມທັງການເພີ່ມທະວີການຮ່ວມມືຢູ່ມະຫາສະໝຸດອິນເດຍ-ປາຊີຟິກ.

ຕາມບົດແຈ້ງຂ່າວຂອງທຳນຽບຂາວແລ້ວ, ການນຳສອງທ່ານໄດ້ປຶກສາຫາລືບັນດາຄວາມມານະພະຍາຍາມ ພວມປະຕິບັດ ເພື່ອແນໃສ່ຊ່ວຍຮັກສາສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ເຂດ  Sahel ຂຶ້ນກັບອາຟຼິກກາ ແລະ ປັບປຸງການຮ່ວມມືຢູ່ມະຫາສະໝຸດອິນເດຍ-ປາຊີຟິກ. ປະທານາທິບໍດີສອງທ່ານ ຍັງໄດ້ປຶກສາຫາລືບັນດາມາດຕະການຍົກສູງຄວາມສາມາດປ້ອງກັນຊາດຂອງເອີລົບ ໃນຂະນະທີ່ຮັບປະກັນການເພີ່ມເຕີມໃຫ້ແກ່ອົງການນາໂຕ.

ໃນການໂອ້ລົມທາງໂທລະສັບ, ປະທານາທິບໍດີອາເມລິກາ Joe Biden ສະແດງຄວາມປາດຖະໜາວ່າພວມລໍຖ້າການພົບປະກັບປະທານາທິບໍດີ Emmanuel Macron ທີ່ກອງປະຊຸມສຸດຍອດ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນອັນດັບ 1 ໃນໂລກ (G20) ຈັດຂຶ້ນຢູ່ນະຄອນຫຼວງ Rome ປະເທດອີຕາລີ ເມື່ອທ້າຍເດືອນຕຸລາປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ