ການໂອ້ລົມສົນທະນາ “ພ້ອມກັນຄົ້ນຫາເຈືອງຊາ” ຜ່ານຮູບຖ່າຍໃໝ່ 500 ແຜ່ນ

ການໂອ້ລົມສົນທະນາ “ພ້ອມກັນຄົ້ນຫາເຈືອງຊາ” ຜ່ານຮູບຖ່າຍໃໝ່ 500 ແຜ່ນ - ảnh 1
ການ​ໂອ້​ລົມ​ສົນ​ທະ​ນາ “ພ້ອມ​ກັນ​ຄົ້​ນ​ຫາເຈືອງ​ຊາ”


(vovworld)- ຕອ​ນ​ຄ່ຳ​ວັນ​ທີ 18​/4, ໃນ​ຂອບ​ເຂດ​ງານ​ບຸນ​ປຶ້ມ​ທີ່​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ, ສຳ​ນັກ​ພິມຖະ​ແຫຼງ​ຂ່າວ ແລະ ສື່​ສານ​ໄດ້​ຈັດ​ການ​ໂອ້​ລົມ​ສົນ​ທະ​ນາ “ພ້ອມ​ກັນ​ຄົ້​ນ​ຫາເຈືອງ​ຊາ” ເນື່ອງ​ໃນ​ໂອ​ກາດ​ໃຫ້​ພິມ​ຈຳ​ໜ່າຍ​ປຶ້ມ “ໄປ​ຮອດ​ເຈືອງ​ຊາ” ຂອງ​ຜູ້​ແຕ່ງ ດ​ວານ​ບັກ ແລະ ຫງວຽນ​ຮົ່ງ​ກີ້. ນັກ​ຄົ້ນ​ຄ້​ວາ​ປະ​ຫວັດ​ສາດ ເຢືອງ​ຈຸງກວ໋ກ ຖື​ວ່າ ດ້ວຍ​ວິ​ທີ​ສະ​ແດງ​ທີ່​ໃໝ່​ອຽມ, ມີ​ຊີ​ວິດ​ຊີ​ວາ, ຮູບ​ແຕ່​ລະ​ແຜ່ນ​ໃນ​ປຶ້ມ ປຽບ​ເໝືອນ​ຮູບ​ເງົາ​ສາຍ​ຊ້າ ຊຶ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຈດ​ຈຳ​ນົງ ແລະ ຄວາມ​ຫວັງ​ມີ​ສັນ​ຕິ​ພາບຂອງ​ຊາດ​ຫວຽດ​ນາມ ແລະ ເປັນ​ພະ​ຍານຫຼັກ​ຖານ​ທີ່​ມີ​ຊີ​ວິດ​ຊີ​ວາ​ກ່ຽວ​ກັບ​ອະ​ທິ​ປະ​ໄຕ​ທີ່ບໍ່​ອາດ​ໂຕ້​ຖຽງ​ຂອງ​ຫວຽດ​ນາມ​ຢູ່​ໝູ່​ເກາະ​ເຈືອງ​ຊາ. ນັກ​ຄົ້ນ​ຄ້​ວາ​ປະ​ຫວັດ​ສາດ ເຢືອງ​ຈຸງກວ໋ກ ກ່າວ​ວ່າ :

    “ ຂ້າ​ພະ​ເຈົ້າ​ຕີ​ລາ​ຄາ​ສູງ​ປຶ້ມ​ຫົວ​ນີ້, ເພາະ​ບັນ​ດາ​ເພື່ອນ​ໜຸ່ມ​ມີ​ຄວາມ​ຂະ​ຫຍັນ​ຂັ່ນ​ເຄື່ອນ​ນຳ​ໃຊ້​ຮູບ​ພາບ​ເພື່ອ​ທົດແທນ​ຄຳ​ເວົ້າ, ນຳ​ໃຊ້​ແບບ​ວິ​ທີ​ການ​ສະ​ແດງ​ຢ່າງ​ເປັນ​ລະ​ບົບ, ດ້ວຍ​ພາ​ສາ​ທັງ​ເຂົ້າ​ໃຈ​ງ່າຍ ແລະ ຊັດ​ເຈນ. ໃນ​ປຶ້ມ​ຫົວ​ນີ້ ຖືກແນະ​ນຳ​ດ້ວຍ 2 ພາ​ສາ​ກ່ຽວ​ກັບ​ເນື້ອ​ໃນ, ທັດ​ສະ​ນະ, ແນວ​ທາງຂອງ​ລັດ, ຂອງ​ປະ​ຊາ​ຊົນ​ທີ່​ມີ​ຕໍ່​ອະ​ທິ​ປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ ”

 

ຂ່າວ/ບົດ​ອື່ນ