ການໂອ້ລົມສົນທະນາກ່ຽວກັບມໍລະດົກວັດທະນະທຳຫວຽດນາມຢູ່ເມກຊີໂກ

ການໂອ້ລົມສົນທະນາກ່ຽວກັບມໍລະດົກວັດທະນະທຳຫວຽດນາມຢູ່ເມກຊີໂກ - ảnh 1
ການໂອ້ລົມສົນທະນາຈັດຕັ້ງຢູ່ ເມກຊີໂກ
(ພາບ: Vietnam+)

(vovworld) –​​ ການ​ໂອ້ລົມ​ສົນທະ​ນາ​ກ່ຽວ​ກັບ​​ມໍລະດົກ​ວັດທະນະທຳ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ຢູ່​ນະຄອນ​ຂຶ້ນ​ກັບ​ລັດ Guanajuato, ຫ່າງ​ຈາກ​ນະຄອນຫຼວງ ​ເມກ​ຊີ​ໂກ ​ໄປ​ທາງ​ທິດຕາ​ເວັນ​ຕົກ​ພາກ​ເໜືອປະມານ 300 ກມ ​ໃນ​ວັນ​ທີ​ 12/5. ທ່ານ ດ່າວວັນ​ຢູ້ງ, ​ເລຂາ​ຜູ້​ທີ​ໜຶ່ງ​ສະຖານທູດ ຫວຽດນາມ ປະຈຳ ​ເມກ​ຊີ​ໂກ ​​ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນທະນາ. ນະ​ທີ່​ນີ້, ທ່ານ ດ່າວວັນ​ຢູ້ງ ​ແນະນຳ​​ໂດຍ​ຫຍໍ້ບັນດາ​ມໍ​ລະ​ດົກ​ວັ​​ດທະນະ​ທຳ​ຢູ່ ຫວຽດນາມ, ​ເນັ້ນ​ໜັກ​ເຖິງ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ ຫວຽດນາມ ສຳລັບ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ສິລະ​ປະ​ເວົ້າ​ລວມ ​ແລະ ສຳລັບ​ວຽກ​ງານ​ອະນຸລັກ​ຮັກສາ​ບັນດາ​ມໍ​ລະ​ດົກ​ວັດທະນະທຳ​​ເຊິ່ງ​ອົງການ​ສຶກສາ, ວິທະຍາ​ສາດ ​ແລະ ວັດທະນະທຳ ຂອງ ສປຊ (UNESCO) ​ໄດ້ຮັບຮອງເວົ້າ​ສ​ະ​ເພາະ. ທ່ານ ດ່າວວັນ​ຢູ້ງ ​​ໄດ້ແລກ​ປ່ຽນ​ກັບ​ບັນດາ​ນັກ​ສຶກສາ​ເນື້ອ​ໃນ​ຕ່າງໆກ່ຽວ​ກັບປະ​ເທດ​ຊາດ, ຊາວ ຫວຽດນາມ ​ແລະ ຕອບ​ຫຼາຍ​ຄຳ​ຖາມ​ທີ່ກ່ຽວຂ້ອງ​ເຖິງ​ການ​ພົວພັນ ​ຫວຽດນາມ - ​ເມກ​ຊີ​ໂກ, ​ການແລກປ່ຽນ​ການ​ຄ້າ 2 ຝ່າຍ…

        ທີ່​ການ​ໂອ້​ລົມ​ສົນທະນາ, ທ່ານ Luis Ferro de la Sota, ປະທານ​ສະພາ​ປະສານ​ງານ​ວິ​ສາ​ຫະກິດ​ນະຄອນ San Miguel de Allende ປາດ​ຖະໜາ​ຢາກ​ສືບ​ຕໍ່​ໄດ້​ຮັບ​ຂໍ້​ມູນ​ຂ່າວ​ຫຼາຍ​ກ່ວາ​ອີກ​ກ່ຽວ​ກັບ ຫວຽດນາມ ​ແລະ ດຳ​ເນີນ​ການ​ພົບ​ປະ​ແລກປ່ຽນ​ກັບ​ສະຖານທູດ ຫວຽດນາມ ຫຼາຍ​ກ່ວາ​ອີກ.


ຂ່າວ/ບົດ​ອື່ນ