ການໂອ້ລົມສົນທະນາທາງເຄີຍຂ່າຍອິນເຕີແນັດດ້ວຍຫົວຂໍ້ວ່າ “ຊາວໜຸ່ມອາສາສະໝັກເພື່ອປະຊາຄົມ”

(VOVWORLD) - ປີ 2019, ສູນກາງຊາວໜຸ່ມເລືອກເອົາເປັນປີຊາວໜຸ່ມອາສາສະໝັກ. ນີ້ແມ່ນຫົວຂໍ້ມີຄວາມໝາຍທີ່ສຸດ ຍ້ອນກຳລັງໜຸ່ມ, ຈິດໃຈອາສາສະໝັກແມ່ນທ່າແຮງ, ແບບຢ່າງດີເດັ່ນຂອງໄວໜຸ່ມ ຫວຽດນາມ
ການໂອ້ລົມສົນທະນາທາງເຄີຍຂ່າຍອິນເຕີແນັດດ້ວຍຫົວຂໍ້ວ່າ “ຊາວໜຸ່ມອາສາສະໝັກເພື່ອປະຊາຄົມ” - ảnh 1ການໂອ້ລົມສົນທະນາທາງເຄີຍຂ່າຍອິນເຕີແນັດດ້ວຍຫົວຂໍ້ວ່າ “ຊາວໜຸ່ມອາສາສະໝັກເພື່ອປະຊາຄົມ” (ພາບ: doanthanhnien.vn) 

ເພື່ອສະເຫຼີມສະຫຼອງ 88 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ, ຕອນເຊົ້າວັນທີ 21 ມີນາ, ອ້າຍ ເລກວັກຟອງ ເລຂາຜູ້ທີໜຶ່ງສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ມີການໂອ້ລົມສົນທະນາໂດຍກົງທາງເຄີຍຂ່າຍອິນເຕີແນັດກັບສະມາຊິກຊາວໜຸ່ມ, ຊາວໜຸ່ມທົ່ວປະເທດຢູ່ ຮ່າໂນ້ຍ, ດ່າໜັງ ແລະ ນະຄອນ ໂຮ່ຈີມິນ. ທີ່ການໂອ້ລົມສົນທະນາ, ອ້າຍ ເລກວັກຟອງ ເນັ້ນໜັກວ່າ ປີ 2019, ສູນກາງຊາວໜຸ່ມເລືອກເອົາເປັນປີຊາວໜຸ່ມອາສາສະໝັກ. ນີ້ແມ່ນຫົວຂໍ້ມີຄວາມໝາຍທີ່ສຸດ ຍ້ອນກຳລັງໜຸ່ມ, ຈິດໃຈອາສາສະໝັກແມ່ນທ່າແຮງ, ແບບຢ່າງດີເດັ່ນຂອງໄວໜຸ່ມ ຫວຽດນາມ. ອ້າຍ ເລກວັກຟອງ ກ່າວວ່າ:

        ໃນຂະບວນການອາສາສະໝັກ, ນັກສຶກສາບັນດາມະຫາວິທະຍາໄລ, ວິທະຍາຄານໄດ້ສວມບົດບາດເປັນຕົ້ນຕໍ. ເຖິງຢ່າງໃດກໍ່ຕາມ, ຄະນະຊາວໜຸ່ມກໍ່ເອົາໃຈໃສ່ເຖິງເປົ້າໝາຍເປັນນັກຮຽນມັດທະຍົມ. ຄະນະຊາວໜຸ່ມຢູ່ບັນດາໂຮງຮຽນ ລ້ວນແຕ່ສ້າງເງື່ອນໄຂໃຫ້ນັກຮຽນ, ນັກສຶກສາເຂົ້າຮ່ວມອາສາສະໝັກ.

        ແລະກໍ່ໃນການໂອ້ລົມສົນທະນາ, ເພື່ອນໜຸ່ມຫລາຍຄົນໄດ້ແບ່ງປັນບາງການເຄື່ອນໄຫວອາສາສະໝັກທີ່ມີຄວາມໝາຍຄື: ການບໍລິຈາກເລືອດກູ້ເອົາຊີວິດ; ສອນໃຫ້ເດັກທີ່ປະສົບກັບຄວາມຫຍຸ້ງຍາກໂດຍບໍ່ເສຍຄ່າ; ຊ່ວຍເຫຼືອຄອບຄົວນະໂຍບາຍຢູ່ໂດດດ່ຽວປ່ຽວພອຍ; ປົກປັກຮັກສາສິ່ງແວດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ