ການ​ໂອ້​ລົມ​ສົນ​ທະ​ນາວ​ິ​ທະ​ຍາ​ສາດ “ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເລຢວນ - ນັກ​ຮົບ​ກອມ​ມູ​ນິດທີ່ຈ​ົ່ງ​ຮັກ​ພັກ​ດີ, ການ​ນຳ​ດີ​ເລີດ ​ຂອງ​ພັກ ແລະ ການປະ​ຕິ​ວັດ ຫວຽດ​ນາມ”

(VOVWORLD) -ທີ່ການໂອ້ລົມສົນທະນາ, ບັນດານັກຊ່ຽວຊານ, ນັກຮຽນຮູ້ໄດ້ປຶກສາຫາລື, ເຮັດໃຫ້ແຈ້ງກ່ຽວກັບຊີວິດ, ພາລະກິດ ແລະ ການອຸທິດສ່ວນຢ່າງດີເດັ່ນຂອງທ່ານເລຂາທິການໃຫຍ່ ເລຢວນ ຕໍ່ພາລະກິດແຫ່ງການປະຕິວັດຂອງພັກ ແລະ ຊົນຊາດ ຜ່ານບົດປະກອບຄຳເຫັນຕ່າງໆ
ການ​ໂອ້​ລົມ​ສົນ​ທະ​ນາວ​ິ​ທະ​ຍາ​ສາດ “ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເລຢວນ - ນັກ​ຮົບ​ກອມ​ມູ​ນິດທີ່ຈ​ົ່ງ​ຮັກ​ພັກ​ດີ, ການ​ນຳ​ດີ​ເລີດ ​ຂອງ​ພັກ ແລະ ການປະ​ຕິ​ວັດ ຫວຽດ​ນາມ” - ảnh 1ບັນດາຜູ້ແທນກ່າວຄຳເຫັນທີ່ການໂອ້ລົມສົນທະນາ (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 115 ປີແຫ່ງວັນຄ້າຍວັນເກີດຂອງທ່ານເລຂາທິການໃຫຍ່ ເລຢວນ ( 7 ເມສາ ປີ 1907 – 7 ເມສາ ປີ 2022), ຕອນບ່າຍວັນທີ 6 ເມສາຢູ່ຮ່າໂນ້ຍ, ສະຖາບັນໂຮ່ຈີມິນ ແລະ ບັນດາການນຳຂອງພັກ (ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ) ໄດ້ຈັດຕັ້ງການໂອ້ລົມສົນທະນາວິທະຍາສາດ “ທ່ານເລຂາທິການໃຫຍ່ ເລຢວນ - ນັກຮົບກອມມູນິດທີ່ຈົ່ງຮັກພັກດີ, ການນຳດີເລີດຂອງພັກ ແລະ ການປະຕິວັດຫວຽດນາມ”.

        ທີ່ການໂອ້ລົມສົນທະນາ, ບັນດານັກຊ່ຽວຊານ, ນັກຮຽນຮູ້ໄດ້ປຶກສາຫາລື, ເຮັດໃຫ້ແຈ້ງກ່ຽວກັບຊີວິດ, ພາລະກິດ ແລະ ການອຸທິດສ່ວນຢ່າງດີເດັ່ນຂອງທ່ານເລຂາທິການໃຫຍ່ ເລຢວນ ຕໍ່ພາລະກິດແຫ່ງການປະຕິວັດຂອງພັກ ແລະ ຊົນຊາດ ຜ່ານບົດປະກອບຄຳເຫັນຕ່າງໆຄື: ວິວັດທະນາການທ່ານເລຢວນ ຈາກຜູ້ຮັກຊາດກາຍເປັນນັກກອມມູນິດ ເລຢວນ - ນັກຄອມມູນິດທີ່ອົງອາດຫະການໃນຄຸກລ່າເມືອງຂຶ້ນ, ນັກຄອມູນິດທີ່ຈົ່ງຮັກພັກດີຕໍ່ພາລະກິດການປະຕິວັດ, ອຸທິດສ່ວນຕະຫຼອດຊີວິດເພື່ອເອກະລາດຊົນຊາດ, ເພື່ອຄວາມເສລີ ແລະ ຜາສຸກຂອງປະຊາຊົນ…

ຕອບກັບ

ຂ່າວ/ບົດ​ອື່ນ