ການໃຊ້ຄວາມຮຸນແຮງສືບຕໍ່ເກີດຂຶ້ນຢູ່ Nigeria

ການໃຊ້ຄວາມຮຸນແຮງສືບຕໍ່ເກີດຂຶ້ນຢູ່ Nigeria - ảnh 1
(ພາບປະກອບ: AFP)

(vovworld) - ວັນ​ທີ 02/03, ບັນດາ​ມື​ປືນ​ທີ່​ສົງ​ໄສ​ວ່າ​ແມ່ນ​ພວກ​ອິດສະ​ລາມ​ຫົວ​ຮຸນ​ແຮງ Boko Haram ​ໄດ້​ບຸກ​ໂຈມ​ຕີ​ແນ​ໃສ່​ບ້ານ Mainok ຢູ່​ທິດຕາ​ເວັນ​ອອກສ່ຽງ​ເໜືອ ປະ​ເທດ Nigeria ​ແລະ ​ໄດ້​ເຂັ່ນຂ້າ​​ຊາວບ້ານ 39 ຄົນ​ພວມ​ກະກຽມ​ຈັດ​ພິທີ​ສວດ​ມົນ​ພາວະນາ, ທັງໝູ່ບ້ານ​ກໍ່​ຖືກ​ທຳລາຍ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 01/03, ກໍ່​ຢູ່​ນະຄອນ Maiduguri, ລັດ Borno, ​ໄດ້​ເກີດ​​ເຫດ​ວາງລະ​ເປີດ 2 ຄັ້ງ ​ເຮັດ​​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 25 ຄົນ​ເສຍ​ຊີວິດ. ລັດ Borno ​ແມ່ນ​ຈຸດ​ຮ້ອນ​ເຮັ່ງ​ຂອງ​ບັນດາ​​ການ​ບຸກ​​ໂຈມ​ຕີ​ໂດຍ​ພວກ​ທະຫານ​ກະບົດ Boko Haram ປະຕິບັດ. ລັດ​ດັ່ງກ່າວ​ໄດ້​ຖືກ​ຕັ້ງ​​ໃນ​ສະພາວະ​ສຸກ​ເສີນແຕ່​ເດືອນ 05/2013 ​ເມື່ອ​ທະຫານ​ດຳ​ເນີນ​ບັນດາ​ບັ້ນ​ຮົບ​ກວາດ​ລ້າງ​ພວກ​ທະ​ຫານ​ລຸກ​ຮື້​ຂຶ້ນ. ກຸ່ມ Boko Haram ດຳ​ເນີນ​ການ​ລຸກຮື້​ຂຶ້ນ​ແຕ່​ປີ 2009 ​ເພື່ອ​ແນ​ໃສ່​ສ້າງ​ລັດ​ອິດສລາມ ຢູ່​ທາງ​ທິດ​ເໜືອ Nigeria. ກຸ່ມ​ດັ່ງກ່າວ​ໄດ້​ຖືກ​ກ່າວ​ຜູກໂທດ​ວ່າ ​ໄດ້​ເຂັ່ນຂ້າ​ນັບ​ພັນ​ຄົນ ​ໃນ​ການ​ບຸກ​ໂຈມ​ຕີ​ໃຊ້​ຄວາມ​ຮຸນ​ແຮງຄັ້ງ​ຕ່າງໆ ​ແລະ ຖືກ​ອາ​ເມ​ລິ​ກາ ຈັດ​ເຂົ້າ​ບັນຊີ​ລາຍ​ຊື່ພວກກໍ່​ການ​ຮ້າຍ​ຕ່າງປະ​ເທດ.

ຂ່າວ/ບົດ​ອື່ນ