ກາລະໂອກາດໃຫ້ວິສາຫະກິດຍູ້ແຮງການສົ່ງອອກເຂົ້າຕະຫຼາດ ອາຊີ - ເອີລົບ

(VOVWORLD) - ພາກພື້ນ ອາຊີ - ເອີລົບ  ລວມມີ 28 ປະເທດ, ດ້ວ ຈຳນວນພົນລະເມືອງທັງໝົດກ່ວາ 140 ລ້ານຄົນ, ແມ່ນຕະຫຼາດມູນເຊື້ອ ແລະ ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນໃຫ້ແກ່ວິສາຫະກິດ ຫວຽດນາມ.
 
ກາລະໂອກາດໃຫ້ວິສາຫະກິດຍູ້ແຮງການສົ່ງອອກເຂົ້າຕະຫຼາດ ອາຊີ - ເອີລົບ - ảnh 1ເວທີປາໄສການຄ້າກັບບັນດາຄູ່ຮ່ວມມືພາກພື້ນ ອາຊີ - ເອີລົບ ປີ 2022
(ພາບ:petrotimes.vn)

ຕອນເຊົ້າວັນທີ 2 ທັນວາ, ຢູ່ຮ່າໂນ້ຍ, ກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ໄດ້ຈັດເວທີປາໄສການຄ້າກັບບັນດາຄູ່ຮ່ວມມືພາກພື້ນ ອາຊີ - ເອີລົບ ປີ 2022, ເພື່ອແນໃສ່ສະໜອງໃຫ້ປະຊາຄົມວິສາຫະກິດ ຫວຽດນາມ ຂໍ້ມູນອັບເດັດກ່ຽວກັບສະພາບການຕະຫຼາດ, ນະໂຍບາຍການພົວພັນຕ່າງປະເທດ, ບັນດາກາລະໂອກາດແລກປ່ຽນການຄ້າ ແລະ ການລົງທຶນຢູ່ ພາກພື້ນ ອາຊີ - ເອີລົບ.

ພາກພື້ນ ອາຊີ - ເອີລົບ  ລວມມີ 28 ປະເທດ, ດ້ວ ຈຳນວນພົນລະເມືອງທັງໝົດກ່ວາ 140 ລ້ານຄົນ, ແມ່ນຕະຫຼາດມູນເຊື້ອ ແລະ ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນໃຫ້ແກ່ວິສາຫະກິດ ຫວຽດນາມ. ທ່ານ ຕະຮ່ວາງລີງ, ຫົວໜ້າກົມຕະຫຼາດ ທະວີບເອີລົບ - ທະວີບ ອາເມລິກາ (ກະຊວງອຸດສາຫະກຳ - ການຄ້າ), ໃຫ້ຂໍ້ສັງເກດວ່າ: ພາກພື້ນ ອາຊີ - ເອີລົບ ໄດ້ຮັບການຕີລາຄາແມ່ນຕະຫຼາດສົ່ງອອກເຕັມໄປດ້ວຍຄວາມສາມາດບົ່ມຊ້ອນຂອງ ຫວຽດນາມ:

        “ວິສາຫະກິດ ຫວຽດນາມ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເພື່ອຊຸກຍູ້ການເຄື່ອນໄຫວສົ່ງອອກ- ນຳເຂົ້າ, ຜັນຂະຫຍາຍບັນດາໂຄງການລົງທຶນກັບພາກພື້ນ ອາຊີ - ເອີລົບ. ຫວຽດນາມ ແລະ ບັນດາປະເທດໃນພາກພື້ນໄດ້ສ້າງຂອບເຂດການຮ່ວມມືທີ່ໜັກແໜ້ນ, ເປັນພື້ນຖນໃຫ້ແກ່ການພັດທະນາການຮ່ວມມືສອງຝ່າຍ. ບັນດາປະເພດສິນຄ້າ ຫວຽດນາມ ທີ່ສົ່ງອອກໄປຍັງພາກພື້ນ ລ້ວນແຕ່ແມ່ນສິນຄ້າທີ່ຈຳເປັນ, ມີຄຸນນະພາບດີ ແລະ ລາຄາແກ່ງແຍ້ງ. ດັ່ງນັ້ນ, ນີ້ແມ່ນຈຸດເວລາທີ່ສະດວກເພື່ອເພີ່ມທະວີການເຊື່ອມຊືມເຂົ້າຕະຫຼາດເລິກເຊິ່ງກ່ວາອີກ, ຊອກຫາກາລະໂອກາດຢູ່ບັນດາຕະຫຼາດນ້ອຍ, ເປີດກ້ວາງການພົວພັນ ດຳເນີນທຸລະກິດຍາວນານກັບບັນດາຄູ່ຮ່ວມມືໃນພາກພື້ນ ອາຊີ - ເອີລົບ”.

ຕອບກັບ

ຂ່າວ/ບົດ​ອື່ນ