ກ່າວເຕືອນໄວຣັດ Zika ອາດຈະແຜ່ລາມອອກສູ່ອາຊີ -ປາຊີຟີກ

ກ່າວເຕືອນໄວຣັດ Zika ອາດຈະແຜ່ລາມອອກສູ່ອາຊີ -ປາຊີຟີກ - ảnh 1

(vovworld)-  ​ອົງ​ການ​ອະ​ນ​າ​ໄມ​ໂລກ (WHO) ກ່າ​ວ​ເຕືອນ​ວ່າ: ໄວ​ຣັດ Zika ອາດ​ຈະ​ເກີດ​ຂຶ້ນ​ຄືນ​ໃຫມ່​ຢູ່​ບັນ​ດາ​ປະ​ເທດ ອາ​ຊີ -ປາ​ຊີ​ຟີກ ໃນ​ສະ​ພາບ​ການ​ສອງ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ຄື: ສິງ​ກະ​ໂປ ແລະ ໄທ ໄດ້​ຮັບ​ຮູ້​ວ່າ​ມີ​ຮ້ອຍໆ​ຄົນ​ຖືກ​ຕິດ​ໄວ​ຣັດ Zika. ໃນ​ບົດ​ລາຍ​ງານ​ປະ​ຈຳ​ປີຂອງ​ພາກ​ພື້ນທີ່​ປະ​ກາດ​ເມື່ອ​ວັນ​ທີ10/10 ຢູ່ ນະ​ຄອນ​ຫລວງ ມາ​ນີ​ລາ ຂອງ​ຟິ​ລີບ​ປີນ, WHO ເນັ້ນ​ຫນັກ​ວ່າ: ໃນ​ຍອດ​ຈຳ​ນວນ 70 ປະ​ເທດ​ໃນ​ໂລກ, ມີ​ຢ່າງ​ຫນ້ອຍ​ສຸດ 19 ປະ​ເທດ​ຢູ່​ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ ໄດ້​ຮັບ​ຮູ້​ວ່າມີບັນ​ດາ​ກໍ​ລະ​ນີ​ຕິດໄວ​ຣັດ Zika. ຕໍ່​ຫນ້າ​ສະ​ພາບ​ການ​ດັ່ງ​ກ່າວ, ທ່ານ Li Ailan ຜູ້​ອຳ​ນວຍ​ການ WHO ຮັບ​ຜິດ​ຊອບ​ສະ​ພາວະ​ສຸກ​ເສີນ ແລະ ຄວາມ​ໝັ້ນ​ຄົງ​ດ້ານ​ສາ​ທາ​ລະ​ນະ​ສຸກ ໄດ້​ກ່າວ​ເຕືອນ​ວ່າ ໄວ​ຣັດ Zika ອາດ​ຈະ​ແຜ່​ລາມ​ອອກ​ສູ່ງວົງ​ກວ້າງ​ໃນ​ທົ່ວ​ພາກ​ພື້ນ, ລວມ​ມີ​ບັນ​ດາ​ປະ​ເທດ​ຄື: ຈີນ, ຍີ​່​ປຸ່ນ, ອົດ​ສະ​ຕາ​ລີ ແລະ ສ່ວນ​ຫລາຍ​ແມ່ນ​ບັນ​ດາ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ບັນ​ດາ​ໝູ່​ເກາະ ປາ​ຊີ​ຟີກ. ບົດ​ລາຍ​ງານ​​ໃຫ້​ຂໍ້​ສັງ​ເກດ​ວ່າ ພາກ​ພື້ນນີ້ ຈະ​ສືບ​ຕໍ່​ ​ມີຫລາຍ​ກໍ​ລະ​ນີ​ຕິດ​ໄວ​ຣັດ ໃຫມ່ ຈະ​ເຮັດ​ໃຫ້​ເກີດ​ໂລກ​ພະ​ຍາດ​ໃຫມ່. ຕາມ​ການ​ສະ​ຖິ​ຕິ​ຂອງ WHO, ສິງ​ກະ​ໂປ ໄດ້​ຮັບ​ຮູ້​ມີກວ່າ 400 ກ​ໍ​ລະ​ນີ​ຕິດ​ໄວ​ຣັດ Zika, ໃນ​ຂະ​ນະ​ນັ້ນ ບັນ​ດາ​ປະ​ເທດ ຟີ​ລີ​ບ​ປີນ, ມາ​ເລ​ເຊຍ ແລະ​ຫວຽດ​ນາມ ກໍ​ຮັບ​ຮູ້​ມີບັນ​ດາ​ກໍ​ລະ​ນີ​ຕິດ​ ໄວ​ຣັດ​ດັ່ງ​ກ່າວ. ​


ຕອບກັບ

ຂ່າວ/ບົດ​ອື່ນ