ກຳນົດທິດພັດທະນາຂະແໜງອຸດສາຫະກຳ ວົງຈອນລວມຫວຽດນາມ

  ກຳນົດທິດພັດທະນາຂະແໜງອຸດສາຫະກຳ ວົງຈອນລວມຫວຽດນາມ  - ảnh 1
ບັນ​ດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ​ກ່ຽວ​ກັບ​ຂົງ​ເຂດ​ວົງ​ຈອນ​ລວມ 

(vovworld)- ວັນ​ທີ 22/10, ຢູ່​ນະ​ຄອນ​ໂຮ່​ຈິ​ມິ​ນ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ນະ​ຄອນ​ໂຮ່​ຈິ​ມິນ ໄດ້​ສົມ​ທົບ​ກັບ​ສະ​ຫະ​ສະ​ມາ​ຄົມວິ​ສາ​ວະ​ກອນ​ໄຟ​ຟ້າ​ຍີ​ປຸ່ນ ໄຂ​ກອງ​ປະ​ຊຸມ​ສາ​ກົນ​ກ່ຽວ​ກັບ​ຂົງ​ເຂດ​ວົງ​ຈອນ​ລວມ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ຜູ້​ຕາງ​ໜ້າ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ, ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ທີ່​ເຄື່ອ​ນ​ໄຫວໃນ​ຂົງ​ເຂດ​ວົງ​ຈອນ​ລວມ​ຈຳ​ນວນ 250 ຄົນ ພ້ອມ​ກັບ​ສາດ​ສະ​ດາ​ຈານ​ຊັ້ນນຳ​  ກວ່າ 50 ຄົນ​ທີ່​ເຄືຶ່ອນ​ໄຫວໃນ​ຂົງ​ເຂດການ​ອອກ​ແບບ ແລະ ຜະ​ລິດ​ວົງ​ຈອນ​ລວມ​ທີ່​ມາ​ຈາກ​ຍີ​ປຸ່ນ, ອາ​ເມ​ລິ​ກາ, ສະ​ວິດ, ສ.ເກົາຫຼີ…..ມີ​ບົດ​ລາຍ​ງານ​ວິ​ທະ​ຍາ​ສາດກວ່າ 40 ບົດ​ໄດ້​ຖືກ​ສົ່ງ​ເຖິງກອງ​ປະ​ຊຸມ, ໃນ​ນັ້ນ ບັນ​ດາ​ຜູ້​ແທນ​ໄດ້​ເລັ່ງ​ໃສ່​ປຶກ​ສາ​ຫາ​ລື 2 ຫົວ​ຂໍ້​ສຳ​ຄັນ​ຄື : “ ກຳ​ນົດ​ທິດ​ພັດ​ທະ​ນາ​ຂະ​ແໜງ​ອຸດ​ສາ​ຫະ​ກຳ ວົງ​ຈອນ​ລວມຫວຽດ​ນາມ ” ແລະ ການ​ຄົ້ນ​ຄ້​ວາ ແລະ ບຳ​ລຸງສ້າງໃນ​ຂົງ​ເຂດ ວົງ​ຈອນ​ລວມ ” ແນ​ໃສ່​ກຳ​ນົດ​ທິດ​ໃຫ້​ຂະ​ແໜງ​ອຸດ​ສາ​ຫະ​ກຳ ວົງ​ຈອນ​ລວມ​ຫວຽດ​ນາມ ຈາກ​ບັນ​ຫາ​ຄົ້ນ​ຄ້​ວາ​ຜະ​ລິດ​ອອກ​ຜະ​ລິດ​ຕະ​ພັນ​ຕະຫຼອດ​ຮອດ​ການກໍ່​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ. 

ຂ່າວ/ບົດ​ອື່ນ