ກຳນົດທິດລັດທິສັງຄົມ ນິຍົມໃນການພັດທະນາ ເສດຖະກິດການຕະຫຼາດ

ກຳນົດທິດລັດທິສັງຄົມ ນິຍົມໃນການພັດທະນາ ເສດຖະກິດການຕະຫຼາດ - ảnh 1
(ພາບປະກອບ)

(vovworld) - ​ ວັນ​ທີ 14/07, ຄະ​ນະ​ພັກ​ແຂວງ ກວາງ​ນິງ ​ແລະ ສະພາ​ທິດ​ສະ​ດີ​ສູນ​ກາງ ສົມທົບ​ກັນ​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​ບັນດາ​ບັນຫາ​ກຳນົດທິດ​ລັດທິ​ສັງຄົມ​ນິຍົມ ​ໃນ​ການ​ພັດທະນາ​ເສດຖະກິດ​ການ​ຕະຫຼາດ ​ໂດຍ​ສະຫຼຸບ​ຈາກ​ຕົວ​ຈິງ​ຢູ່​ກວາງ​ນິງ. ທ່ານ ຮອງ​ສາດສະດາຈານ, ດຣ ຫງວຽນ​ວ໋ຽດທົງ, ​ເລຂາທິການ​ໃຫຍ່ສະພາ​ທິດ​ສະ​ດີ​ສູນ​ກາງ ​ໄດ້​ແນະນຳ​ບົດ​ຫົວ​ເລື່ອງ​ກ່ຽວ​ກັບ “ບາງ​ແງ່​ມຸມ​ມີຖື​ລັກສະນະ​ສຳຄັນ​ພິ​ເສດກ່ຽວ​ກັບ​ການກຳນົດສັງຄົມ​ນິຍົມ ​ໃນ​ການ​ພັດທະນາ​ເສດຖະກິດ​ການ​ຕະຫຼາດຢູ່​ຫວຽດນາມ”. ບົດ​ຫົວ​ເລື່ອງຊີ້​ແຈ້ງ​ບັນດາ​ແຜນ​ນະ​ໂຍບາຍ, ທັດສະ​ນະ​ພື້ນຖານ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ກ່ຽວ​ກັບ​ການກຳນົດທິດລັດທິ​ສັງຄົມ​ນິຍົມ ​ໃນ​ການ​ພັດທະນາ​ເສດຖະກິດ​ການ​ຕະຫຼາດຢູ່​ຫວຽດນາມ; ຕີ​ລາຄາ​ລວມກ່ຽວ​ກັບສະພາບ​ພັດທະນາ​ເສດຖະກິດ​ການ​ຕະຫຼາດ​ຕາມກຳນົດ​ທິດ​ສັງຄົມ​ນິຍົມພາຍຫຼັງ 27 ປີ​ແຫ່ງ​ການ​ປ່ຽນ​ໃໝ່ ​ແລະ ບັນດາ​ບັນຫາ​ທີ່​ພວມ​ວາງ​ອອກ. ບັນດາ​ຜູ້​ແທນ​ໄດ້​ສະ​ເໜີ​ບົດ​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ສະພາບ, ໝາກຜົນ​ແຫ່ງ​ການ​ພັດທະນາ​ເສດຖະກິດ ​ແລະ ປະຕິບັດ​ການ​ກຳນົດ​ທິດສັງຄົມ​ນິຍົມ​ໃນ​ການ​ພັດທະນາ​ເສດຖະກິດ​ການ​ຕະຫຼາດ​ຢູ່​ກວາງ​ນິງ, ບັນດາ​ກົນ​ໄກ​ນະ​ໂຍບາຍ, ມາດ​ຕະການ​ແກ້​ໄຂ​ສະ​ເໜີ​ຕໍ່​ສູນ​ກາງ ​ເພື່ອ​ແນ​ໃສ່​ຊຸກຍູ້​ເສດຖະກິດ​ການ​ຕະຫຼາດ​ພັດທະນາ​ຢ່າງ​ແຮງ ​ແລະ ມີ​ປະສິດທິ​ຜົນ​ກວ່າ​ໃນ​ໄລຍະ 2013 – 2015 ​ແລະ ວິ​ໄສ​ທັດຮອດ​ປີ 2020.

        ທ່ານ​ເລຂາ​ຄະນະ​ພັກ​ແຂວງ​ກວາງ​ນິງ ຝ້າ​ມມິນ​ຈິ໋ງ ​ໃຫ້​ຮູ້​ວ່າ, ກຳນົດ​ທິດ​ພັດ​ທະນາ​ເສດຖະກິດ​ຂອງ​ກວາງ​ນິງ ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ ​ແມ່ນ​ພັດທະນາ​ເສດຖະກິດ​ຂຽວ ຕິດ​ພັນ​ກັບ​ການ​ຫັນ​ປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕຈາກ​ການອີ​ງ​ໃສ່​ປັດ​ໃຈ​ພັດທະນາ​​ແບບຍັງ​ບໍ່​ທັນ​ໝັ້ນຄົງ ​​ໄປ​ສູ່ການ​ພັດທະນາ​​ແບບ​ຍືນ​ຍົງ.
ຂ່າວ/ບົດ​ອື່ນ