ກຳປັ່ນກອງທັບເຮືອ ອິນເດຍ ຢ້ຽມຢາມມິດຕະພາບນະຄອນ ໂຮ່ຈີມິນ

(VOVWORLD) - ຜ່ານການຢ້ຽມຢາມ, ພະນັກງານ, ນັກຮົບຕຳຫຼວດທະເລ ຫວຽດນາມ ແລະ ກຳລັງປ້ອງກັນຝັ່ງທະເລ ອິນເດຍ ໄດ້ແບ່ງປັນ, ແລກປ່ຽນບົດຮຽນ ແລະ ພຶດຕິກຳຕົວຈິງໃນວຽກງານປະຕິບັດກົດໝາຍຢູ່ທະເລ
ກຳປັ່ນກອງທັບເຮືອ ອິນເດຍ ຢ້ຽມຢາມມິດຕະພາບນະຄອນ ໂຮ່ຈີມິນ - ảnh 1ກຳປັ່ນ Samudra Paheredar ໄດ້ເຂົ້າທຽບທ່າ ໄຊງ່ອນ
(ພາບ: qdnd.vn)

        ວັນທີ 02 ເມສາ, ກຳປັ່ນ Samudra Paheredar ຂອງກຳລັງປ້ອງກັນຝັ່ງທະເລ ອິນເດຍ ພ້ອມກັບລູກເຮືອລວມມີ 124 ຄົນ, ໂດຍກັບຕັນເຮືອ Sudhir Ravindran ເປັນຫົວໜ້າຄະນະ, ໄດ້ເຂົ້າທຽບທ່າ ໄຊງ່ອນ, ເລີ່ມຕົ້ນການຢ້ຽມຢາມນະຄອນ ໂຮ່ຈີມິນ ແຕ່ວັນທີ 02 – 04 ເມສາ. ນີ້ແມ່ນການເຄື່ອນໄຫວເພື່ອປະຕິບັດບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງກຳລັງຕຳຫຼວດທະເລ ຫວຽດນາມ ແລະ ກຳລັງປ້ອງກັນຝັ່ງທະເລ ອິນເດຍ ທີ່ລົງນາມໃນປີ 2015.

        ຜ່ານການຢ້ຽມຢາມ, ພະນັກງານ, ນັກຮົບຕຳຫຼວດທະເລ ຫວຽດນາມ ແລະ ກຳລັງປ້ອງກັນຝັ່ງທະເລ ອິນເດຍ ໄດ້ແບ່ງປັນ, ແລກປ່ຽນບົດຮຽນ ແລະ ພຶດຕິກຳຕົວຈິງໃນວຽກງານປະຕິບັດກົດໝາຍຢູ່ທະເລ, ຜ່ານນັ້ນ, ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມື, ຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນລະຫວ່າງ 2 ກຳລັງດັ່ງກ່າວໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ