ກຳ່ປ່ັນຈີນເຂົ້າເຂດທະເລມີຄວາມຂັດແຍ້ງກັນກັບຍີ່ປຸ່ນ

ກຳ່ປ່ັນຈີນເຂົ້າເຂດທະເລມີຄວາມຂັດແຍ້ງກັນກັບຍີ່ປຸ່ນ - ảnh 1
(ພາບປະກອບຈາກ AFP/ TTXVN)

(vovworld) –  ວັນ​ທີ 19/3, ກຳ່​ປັ່ນ 3 ລຳ​ຂຶ້ນ​ກັບກ​ຳລັງ​ປ້ອງ​ກັນ​ຝັ່ງ​ທະ​ເລ ຈີນ (CCG) ​ໄດ້​ເຂົ້າ​ເຂດ​ທະ​ເລ​ອ້ອມ​ແອ້ມ​ໝູ່​ເກາະ​ທີ່​ພວມມີ​ຄວາມ​ຂັດ​ແຍ້​ງກັນ​ກັບ ຍີ່ປຸ່ນ ​ເຊິ່ງ​ໂຕ​ກຽວ ​ເອີ້ນ​ວ່າ Senkaku ​ໃນ​ຂະນະ​ທີ່ ຈີນ ​ເອີ້ນ​ວ່າ ຕຽວອີ ​ໃນ​ທະ​ເລ​ຮວາ​ຕູ​ງ. ກອງບັນຊາ​ການ​ກຳລັງ​ປ້ອງ​ກັນ​ຝັ່ງ​ທ​ະ​ເລຂອງ ຍີ່ປຸ່ນ (JCG) ຢູ່ເຂດທີ 11 Naha, ແຂວງ Okinawa, ​ແຈ້ງ​ໃຫ້​ຮູ້​ວ່າເຫດການດັ່ງກ່າວເກີດຂຶ້ນໃນເວລາປະມານ 9 ໂມງ 30 ນາທີ​ (ຕາມເວລາທ້ອງຖິ່ນ) ແລະ ແກ່ຍາວເປັນເວລາ 2 ຊົ່ວໂມງ. ກຳ່ປັ່ນລາດຕາເວນຂອງ ຍີ່ປຸ່ນ ໄດ້ກ່າວເຕືອນບັນດາກຳ່ປັ່ນນີ້ຕ້ອງອອກຈາກເຂດທະເລ ຍີ່ປຸ່ນ. JCG ໃຫ້ຮູ້ວ່າ: ນີ້ແມ່ນຄັ້ງທີ 7 ທີ່ກຳ່ປັ່ນຂອງ ຈີນ ​ເຂົ້າເຂດນ່ານທະເລ ຍີ່ປຸ່ນ ນັບແຕ່ຕົ້ນປີມາຮອດປະຈຸບັນ.


ຂ່າວ/ບົດ​ອື່ນ