ກ່ຳປັ່ນສູ້ຮົບລາດຕະເວນຂອງ​ຈີນ​ເຂົ້າ​ເຂດ​ທະ​ເລ​​​ພວມ​ມີ​ການ​ຂັດ​ແຍ້ງ​ກັບ​ ຍີ່​ປຸ່ນ

(VOVWORLD) - ກອງບັນຊາການ ເລກທີ 11 ຂອງກຳລັງປ້ອງກັນຫາດຊາຍທະເລ ຍີ່ປຸ່ນ (JCG) ຢູ່ນະຄອນ Naha, ແຂວງ Okinawa, ປະກາດວ່າ ກ່ຳປັ່ນ 4 ລ້ຳຂອງຈີນທີ່ມີໝາຍເລກແມ່ນ 1501, 2305, 2308 ແລະ 33115

ກ່ຳປັ່ນສູ້ຮົບລາດຕະເວນຂອງ​ຈີນ​ເຂົ້າ​ເຂດ​ທະ​ເລ​​​ພວມ​ມີ​ການ​ຂັດ​ແຍ້ງ​ກັບ​ ຍີ່​ປຸ່ນ - ảnh 1

ກ່ຳປັ່ນຍີ່ປຸ່ນ ແລະ ຈີນໃນເຂດທະເລອ້ອມເກາະ Sensaku (ພາບ: AFP/TTXVN) 

ໜັງສືພິມ Jiji Press ຂອງ ຍີ່ປຸ່ນ ໃຫ້ຮູ້ວ່າ ວັນທີ 20 ພຶດສະພາ, ກ່ຳປັ່ນສູ້ຮົບລາດຕະເວນຂອງຈີນ 4 ລຳໄດ້ເຂົ້າເຂດທະເລອ້ອມໝູ່ເກາະທີ່ພວມມີການຂັດແຍ້ງເຊິ່ງຍີ່ປຸ່ນຄວບຄຸມ ແລະ ເອີ້ນວ່າ Senkaku ໃນທະເລຮວາຕຸງ, ໃນຂະນະນັ້ນ, ຈີນເອີ້ນວ່າ ແຕວຢ໋ວຍຕ໋າວ . ກອງບັນຊາການ ເລກທີ 11 ຂອງກຳລັງປ້ອງກັນຫາດຊາຍທະເລ ຍີ່ປຸ່ນ (JCG) ຢູ່ນະຄອນ Naha, ແຂວງ Okinawa, ປະກາດວ່າ ກ່ຳປັ່ນ 4 ລ້ຳຂອງຈີນທີ່ມີໝາຍເລກແມ່ນ 1501, 2305, 2308 ແລະ 33115 ໄດ້ເຂົ້າເຂດທະເລທາງທິດເໜືອ - ຕາເວັນອອກສ່ຽງເໜືອ ເກາະ Kubajima ຂຶ້ນກັບ ໝູ່ເກາະະທີ່ພວມມີການຂັດແຍ້ງໃນເວລາ 10 ໂມງ - 10 ໂມງ 15 ນາທີ ຕອນເຊົ້າວັນທີ 20 ພຶດສະພາ (ຕາມເວລາຍີ່ປຸ່ນ). ບັນດາກ່ຳປັ່ນດັ່ງກ່າວອອກຈາກເຂດທະເລທາງທິດຕາເວັນຕົກ - ຕາເວັນຕົກສ່ຽງເໜືອເກາະ Kubajima ໃນເວລາປະມານແຕ່ 11 ໂມງ 35 ນາທີ - 11ໂມງ 55 ນາທີ ຂອງວັນດຽວ

ຕອບກັບ

ຂ່າວ/ບົດ​ອື່ນ