ກຳປູເຈຍ: CPPແລະCNRP ປະກາດພາກສ່ວນໃໝ່ ເຂົ້າຮ່ວມ NEC


ກຳປູເຈຍ: CPPແລະCNRP ປະກາດພາກສ່ວນໃໝ່ ເຂົ້າຮ່ວມ NEC - ảnh 1

ຕຳຫຼວດ​ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ

(ພາບ: AFP )

(vovworld) – ​ພັກ​ປະຊາຊົນ​ກຳປູ​ເຈຍ (CPP) ​ແລະ ພັກ​ຝ່າຍ​ຄ້ານກູ້​ຊາດ​ກຳປູ​ເຈຍ (CNRP) ຫາ​ກໍ່​ເປີດ​ເຜີຍ​ອັດຕາ​ສ່ວນ​ໃໝ່​ເຂົ້າຮ່ວມ​ຄະນະ​ກຳມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ (NEC) ​ໄດ້​ຍົກ​ອອກ​ມາ​ໃນ​ການ​ປະຊຸມ​ຂັ້ນສູງ​ລະຫວ່າ​ງສອງພັກ​ໃນ​ວັນ​ທີ 22/7 ​ເພື່ອ​ແກ້​ໄຂ​ສະພາບ​ດ້ານ​ການ​ເມືອງ​ບໍ່​ມີ​ທາງ​ອອກ​ໃນ​ເກືອບ 1 ປີ​ຜ່ານ​ມານັບ​ແຕ່​ວັນ​ເລືອກ​ຕັ້ງ 28/7/2013 ມາ​ຮອດ​ປະຈຸ​ບັນ. ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ​ເມື່ອ​ຕອນ​ບ່າຍ​ວັນ​ທີ 21/7, ​ ທ່ານ Cheam Yeap ໂຄສົກ CPP ປະທານ​ກຳມາ​ທິການ​ເສດຖະກິດ, ການ​ເງິນ, ທະ​ນາຄາ​ນ, ກວດ​ສອບ​ບັນຊີ​ຂອງ​ສະພາ​ແຫ່ງ​ຊາດ ​ໃຫ້​ຮູ້​ວ່າ: CPP ຢາກມີ​ສອງ​ວິທີ​ການຄື: NEC ລວມມີສະມາຊິກ​ຂອງ CPP 3 ຄົນ ​ແລະ ສະມາຊິກ​ຂອງ CNRP 2 ຄົນ ຫຼື​ວ່າ: NEC ລວມມີສະມາຊິກ​ຂອງ CPP 4 ຄົນ ​ແລະ ສະມາຊິກ​ຂອງ CNRP 3 ຄົນ; ​ໃນ​​ສອງ​ວິທີ​ການນີ້, CPP ຍັງ​ດຳລົງ​ຕຳ​ແໜ່​ງປະທານ, CNRP ດຳ​ລົງ​ຕຳ​ແໜ່​ງຮອງ​ປະທານ. ທ່ານ Cheam Yeap ຊີ້​ແຈ້ງວ່າ, CPP ຍັງ​ຮັກສາ​ຫຼັກໝັ້ນຜ່ານ​ພາກສ່ວນ NEC ດ້ວຍ​ອັດຕາ​ສ່ວນ 50%+1 ​ໃນ​ຈຳນວນສະມາຊິກ​ລັດຖະສະພາ​​ທັງ​ໝົດ; ​ໃນ​ຂະນະ​ທີ່ CNRP ຢາກ​ໃຫ້​ພາ​ກສ່ວນ​ຂອງ NEC ​ໄດ້​ຮັບ​ການ​ຮັບຮອງເອົາດ້ວຍ​ອັດ​ຕາ​ສ່ວນ 2/3./.

ຂ່າວ/ບົດ​ອື່ນ