ກຳປູເຈຍ ກວດພົບຜູ້ຕິດເຊື້ອສາຍພັນ Omicron ກໍລະນີທຳອິດ

(VOVWORLD) -ກໍ່ລະນີຕິດໄວຣັດສາຍພັນ Omicron ແມ່ນພົນລະເມືອງ ກຳປູເຈຍ ກັບມາຈາກ Ghana ຜ່ານແດນຢູ່ Dubai, ໄທ ກັບເມືອ ກຳປູເຈຍ ໃນວັນທີ 12 ທັນວາ.
ກຳປູເຈຍ ກວດພົບຜູ້ຕິດເຊື້ອສາຍພັນ Omicron ກໍລະນີທຳອິດ - ảnh 1(ພາບປະກອບ)

ຕອນຄ່ຳວັນທີ 14 ທັນວາ, ກະຊວງສາທາລະນະສຸກ ກຳປູເຈຍ ໄດ້ອອກແຈ້ງການກວດພົບຜູ້ຕິດເຊື້ອໄວຣັດສາຍພັນ Omicron ກໍລະນີທຳອິດຢູ່ປະເທດນີ້. ສະຖາບັນ Pasteur ກຳປູເຈຍ ເປັນຜູ້ປະກາດຜົນການວິໄຈໃນວັນດຽວກັນ.

        ກໍ່ລະນີຕິດໄວຣັດສາຍພັນ Omicron ແມ່ນພົນລະເມືອງ ກຳປູເຈຍ ກັບມາຈາກ Ghana ຜ່ານແດນຢູ່ Dubai, ໄທ ກັບເມືອ ກຳປູເຈຍ ໃນວັນທີ 12 ທັນວາ. ເມື່ອຄົນເຈັບຜູ້ນີ້ເຂົ້າ ກຳປູເຈຍ ແມ່ນຜ່ານສະໜາມບິນສາກົນ Phnom Penh, ອົງການສາທາລະນະສຸກ ກຳປູເຈຍ ໄດ້ປະຕິບັດການກວດເຊື້ອປະກົດວ່າ ຜົນກວດອອກມາເປັນບວກກັບເຊື້ອໄວຣັດ SARS-CoV-2 ແລະ ໄດ້ປະຕິບັດມາດຕະການດ້ານການແພດຕາມຂໍ້ກຳນົດ. ກະຊວງສາທາລະນະສຸກ ກຳປູເຈຍ ຮຽກຮ້ອງໃຫ້ປະຊາຊົນສືບຕໍ່ປະຕິບັດການສັກວັກຊິນກັນໂຄວິດ-19 ຢ່າງຄົບຖ້ວນ ແລະ ປະຕິບັດຂໍ້ກຳນົດໃນການປ້ອງກັນ, ຕ້ານໂລກລະບາດໂດຍລັດຖະບານ ກຳປູເຈຍ ວາງອອກຢ່າງເຂັ້ມງວດ.

ຕອບກັບ

ຂ່າວ/ບົດ​ອື່ນ