ກຳ​ປູ​ເຈຍ ​ຮຽກ​ຮ້ອງ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ປະ​ຊາ​ຄົມ ອາ​ຊຽນ ໃນ​ສະ​ພາບ​ປົກ​ກະ​ຕິ​ໃໝ່

(VOVWORLD) -ວັນທີ 11 ພະຈິກ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen ໄດ້ເນັ້ນໜັກເຖິງເລື່ອງຊຸກຍູ້ການເຊື່ອມໂຍງປະຊາຄົມ ອາຊຽນ ໃນສະພາບປົກກະຕິໃໝ່ວ່າ ແມ່ນໜ້າທີ່ທີ່ຈຳເປັນເພື່ອສ້າງກຳລັງແຮງອັນໃຫຍ່ຫຼວງ ເພື່ອນຳອາຊຽນ ກາຍເປັນພາກພື້ນທີ່ມີຄວາມຍືນຍົງ ແລະ ມີລັກສະນະແກ້ງແຍ້ງ.

ກຳ​ປູ​ເຈຍ ​ຮຽກ​ຮ້ອງ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ປະ​ຊາ​ຄົມ ອາ​ຊຽນ ໃນ​ສະ​ພາບ​ປົກ​ກະ​ຕິ​ໃໝ່ - ảnh 1ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen (ພາບ: AFP/TTXVN)

ກ່າວຄຳເຫັນໄຂກອງປະຊຸມລັດຖະມົນຕີກະຊວງຄົມມະນາຄົມ ແລະ ຂົນສົ່ງ ອາຊຽນຄັ້ງທີ 27 ແລະ ກອງປະຊຸມທີ່ກ່ຽວຂ້ອງ, ເຊິ່ງໄດ້ຈັດຂຶ້ນແບບທາງໄກ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ຖືວ່າ ໄປຄຽງຄູ່ກັບການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ແລະ ພັດທະນາຍຸດທະສາດ ເພື່ອແນໃສ່ຟື້ນຟູ ກໍ່ຄືຊຸກຍູ້ການເຕີບໂຕເສດຖະກິດ, ໂລກ ພວມປະເຊີນໜ້າກັບຫຼາຍບັນຫາລວມຄື: ພູມສາດການເມືອງ, ສົງຄາມການຄ້າ ແລະ ການປ່ຽນແປງຂອງດິນຟ້າອາກາດ. ທ່ານຊີ້ແຈ້ງວ່າແກ້ໄຂບັນຫາທັງໝົດນີ້ແມ່ນ ເພື່ອຜົນປະໂຫຍດ ແລະ ຄວາມວັດທະນາຖາວອນຂອງ ອາຊຽນ, ກຳປູເຈຍ ຖືວ່າ ອາຊຽນ ຄວນປະຕິບັດຕາມຫຼັກການຫຼາຍຝ່າຍ ແລະ ມີຄວາມສາມັກຄີ.

ຕອບກັບ

ຂ່າວ/ບົດ​ອື່ນ