ກຳ​ປູ​ເຈຍ​ເລື່ອນ​ກອງ​ປະ​ຊຸມ​ວົງ​ແຄບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຊຽນ

(VOVWORLD) -ວັນທີ 12 ມັງກອນ, ກຳປູເຈຍ ປະກາດຈະເລື່ອນກອງປະຊຸມວົງແຄບ ລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ, ຄາດວ່າຈະດຳເນີນຕາມຮູບແບບໂດຍກົງ ໃນລະຫວ່າງວັນທີ 18 – 19 ມັງກອນ.

ກຳ​ປູ​ເຈຍ​ເລື່ອນ​ກອງ​ປະ​ຊຸມ​ວົງ​ແຄບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຊຽນ - ảnh 1ທ່ານ Koy Kuong ໂຄສົກກະຊວງການຕ່າງປະເທດ ກຳປູເຈຍ

ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Koy Kuong ໂຄສົກກະຊວງການຕ່າງປະເທດ ກຳປູເຈຍ ໃຫ້ຮູ້ ສາຍເຫດທີ່ເລື່ອນກອງປະຊຸມດັ່ງກ່າວ ແມ່ນ ຍ້ອນ ລັດຖະມົນຕີການຕ່າງປະເທດຫຼາຍປະເທດສະມາຊິກ ອາຊຽນ ຍາກທີ່ຈະມາກຳປູເຈຍ ເຂົ້າຮ່ວມກອງປະຊຸມໄດ້.

ຕາມແຜນການເບື້ອງຕົ້ນແລ້ວ, ກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ (AMM Retreat) ຈະໄດ້ຈັດຂຶ້ນໃນວັນທີ 18 – 19 ມັງກອນ ຢູ່ນະຄອນ Siem Reap, ທາງພາກເໜືອ ກຳປູເຈຍ. ນີ້ແມ່ນກຳປະຊຸມສຳຄັນຄັ້ງທຳອິດໃນປີ 2022 ໂດຍກຳປູເຈຍ ຈັດຂຶ້ນໃນຖານະເປັນປະທານ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ