ກຳລັງ ຕຳຫລວດ ຄວນເປັນເຈົ້າການ, ມີໄຫວພິບ, ປະດິດຄິດສ້າງກວ່າຕໍ່ທຸກຫນ້າທີ່

(VOVWORLD) -ໃນໂອກາດບຸນເຕັດ, ບັນດາກຳລັງຕ້ອງຈັດຕັ້ງການເວນຍາມຕະຫລອດ 24 ຊົ່ວໂມງ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ຄວາມປອດໄພໃນທົ່ວສັງຄົມ.
ກຳລັງ ຕຳຫລວດ ຄວນເປັນເຈົ້າການ, ມີໄຫວພິບ, ປະດິດຄິດສ້າງກວ່າຕໍ່ທຸກຫນ້າທີ່ - ảnh 1ທ່ານນາຍົກລັດຖະມົນຕີ  ຟ້າມມີງຈິງ ຢື້ຢາມຖາມຂ່າວອວຍພອນບຸນເຕັດກຳລັງ ຕຳຫລວດ. ພາບ: TTXVN 

ຕອນບ່າຍວັນທີ 30 ມັງກອນ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈິງ ໄດ້ລົງອວຍພອນບຸນເຕັດພະນັກງານ, ນັກຮົບບັນດາຫົວຫນ່ວຍຂຶ້ນກັບກະຊວງຕຳຫລວດ.

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ເນັ້ນຫນັກວ່າ ປີ 2022, ບັນດາກຳລັງຕ້ອງມີຄວາມເຂັ້ມແຂງກວ່າ, ເປັນເຈົ້າການກວ່າ, ມີໄຫວພິບກວ່າ, ປະດິດຄິດສ້າງກວ່າຕໍ່ທຸກຫນ້າທີ່, ປະກອບສ່ວນສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ. ພ້ອມກັນນັ້ນ ຍູ້ແຮງການບຳລຸງສ້າງແຫລ່ງຊັບພະຍາກອນມະນຸດ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການ, ຫນ້າທີ່ນັບມື້ນັບສູງ, ລົງທຶນໃຫ້ແກ່ວິທະຍາສາດເຕັກໂນໂລຊີ, ພື້ນຖານດ້ານວັດຖຸ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການໃນສະພາບການໃຫມ່, ເພີ່ມທະວີວິທະຍາສາດຄຸ້ມຄອງ ແລະ ການສົມທົບ ລະຫວ່າງບັນດາກຳລັງ, ລະດົມກຳລັງແຮງທົ່ວສັງຄົມເຂົ້າໃນວຽກງານຮັບປະກັນຄວາມປອດໄພທາງເຄືອຂ່າຍອິນເຕີແນັດ, ປ້ອງກັນ ຕ້ານອາດຊະຍາກອນນຳໃຊ້ເຕັກໂນໂລຊີສູງ, ກູ້ໄພກູ້ຊີບ. ໃນໂອກາດບຸນເຕັດ, ບັນດາກຳລັງຕ້ອງຈັດຕັ້ງການເວນຍາມຕະຫລອດ 24 ຊົ່ວໂມງ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ຄວາມປອດໄພໃນທົ່ວສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ